ການລາດຕະເວນຮ່ວມເພື່ອປະຕິບັດກົດໝາຍຕາມແມ່ນ້ຳຂອງຄັ້ງທີ 164 ລະຫວ່າງຈີນ-ລາວ-ມຽນມາ-ໄທໄດ້ເລິ່ມຕົ້ນຢ່າງເປັນທາງການ

CRI,    April 28, 2026
Size:

ວັນທີ 20 ເມສານີ້,ການລາດຕະເວນຮ່ວມເພື່ອປະຕິບັດກົດໝາຍຕາມແມ່ນ້ຳຂອງຄັ້ງທີ 164 ລະຫວ່າງຈີນ-ລາວ-ມຽນມາ-ໄທໄດ້ເລີ່ມຕົ້ນຂຶ້ນ.ທຸກຝ່າຍຈະສຸມໃສ່ປາບປາມອາຊະຍາກຳຂ້າມຊາຍແດນຕ່າງໆ ເຊັັ່ນ:ການຫຼອກລວງທາງໂທລະຄົມ,ການຄ້າຂາຍເຖື່ອນ ແລະ ການລັກລອກເຂົ້າ-ອອກເມືອງຜິດກົດໝາຍເປັນຕົ້ນ ແລະ ຈະອອກແຮງສຸດຂີດເພື່ອປົກປັກຮັກສາຄວາມປອດໄພຂອງເຮືອທີ່ເດີນທາງຕາມແມ່ນ້ຳ ພ້ອມດ້ວຍເຂດລ່ອງແມ່ນ້ຳຂອງ.

ໃນໄລຍະການເຄື່ອນໄຫວເທື່ອນີ້,ພາກສ່ວນປະຕິບັດກົດໝາຍຂອງ 4 ປະເທດຍັງຈະຈັດກອງປະຊຸມແລກປ່ຽນຂໍ້ມູນຂ່າວສານ,ພ້ອມກັນວິເຄາະສະຖານະການຫຼ້າສຸດໃນເຂດລ່ອງແມ່ນ້ຳຂອງ ແລະຄົ້ນຄວ້າຕົກລົງຂັ້ນຕອນສຳລັບການຮ່ວມມືປະຕິບັດກົດໝາຍທີ່ສຳຄັນໃນຕໍ່ໜ້າ.