ທ່ານ ສີ​ຈິ້ນ​ຜິ​ງ ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ສະເຫຼີມໄຊ ກົມມະສິດ

CRI,    April 22, 2026
Size:

ວັນທີ 21 ເມສານີ້ ຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງຂອງຈີນ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ຮອງນາຍົກລັດຖະມົນຕີລາວທີ່ມາຢ້ຽມຢາມຈີນ ໃນຖານະທູດພິເສດຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວ.

ທ່ານ ສີຈິ້ນຜິງ ກ່າວວ່າ: ສອງພັກ ຈີນ-ລາວ ສົ່ງທູດພິເສດເຊິ່ງກັນແລະກັນ ເພື່ອແຈ້ງໃຫ້ຊາບເຫດການການເມືອງອັນສໍາຄັນຂອງຕົນ ເຊິ່ງໄດ້ສະແດງໃຫ້ເຫັນມິດຕະພາບອັນເປັນມູນເຊື້ອທີ່ແໜ້ນແຟ້ນ ແລະ ຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງທີ່ມີລະດັບສູງລະຫວ່າງສອງຝ່າຍ. ສອງຝ່າຍ ຈີນ-ລາວ ຕ້ອງສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດ, ລົງເລິກການເຊື່ອມຈອດກັນດ້ານຍຸດທະສາດ, ເປີດກວ້າງການຮ່ວມມືທີ່ແທດເໝາະກັບສະພາບຕົວຈິງ ແລະ ເກາະແຂນກັນຮັບມືກັບສິ່ງທ້າທາຍຮ່ວມ ເພື່ອຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ ກ້າວໄປສູ່ເປົ້າໝາຍທີ່ມີມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງ.

ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ແຈ້ງໃຫ້ຮູ້ກ່ຽວກັບຜົນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ກ່າວວ່າ: ຈີນໄດ້ຮັກສາສະພາບແວດລ້ອມພາຍໃນປະເທດທີ່ມີຄວາມໝັ້ນຄົງ ແລະ ສະຖຽນລະພາບເປັນໄລຍະຍາວ, ເສດຖະກິດໄດ້ເຕີບໂຕຢ່າງວ່ອງໄວ, ຖານະບົດບາດ ແລະອິດທິພົນໃນເວທີສາກົນນັບມື້ນັບສູງຂຶ້ນ. ລາວເດັດດ່ຽວສະໜັບສະໜູນຂໍ້ລິເລີ່ມສໍາຄັນຕ່າງໆທີ່ສະເໜີໂດຍທ່ານ ສີຈິ້ນຜິງ, ຍິນດີຮ່ວມກັບຈີນລົງເລິກການຮ່ວມມືທີ່ຕິດແທດຕົວຈິງ ແລະ ຮອບດ້ານ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ໄດ້ຮັບຜົນງານໃໝ່ຢ່າງບໍ່ຢຸດຢັ້ງ.