ຈີນ​ຈະ​ລົງ​ເລິກ​ການ​ຮ່ວມ​ມື​ກັບ​ອາ​ຊຽນ​ໃນ​ຂົງ​ເຂດ​ລ້ຳ​ຍຸກ​ຕ່າງໆ

CRI,    April 06, 2026
Size:

ວັນທີ 2 ເມສານີ້, ຢູ່ນະຄອນຫຼວງປັກກິ່ງ, ທ່ານເຫີຢາຕົງ ໂຄສົກກະຊວງການຄ້າຈີນກ່າວວ່າ: ຈີນ ແລະ ອາຊຽນໄດ້ລົງນາມໃນສັນຍາຍົກລະດັບເຂດການຄ້າເສລີຈີນ-ອາຊຽນ 3.0 ຢ່າງເປັນທາງການໃນວັນທີ 28 ຕຸລາປີກາຍ. ອີງຕາມເນື້ອໃນຂອງສັນຍາ, ຕ້ອງມີຈີນ ແລະ 5 ປະເທດສະມາຊິກອາຊຽນໃຫ້ສັດຕະຍາບັນ, ສັນຍາຈິ່ງມີຜົນບັງຄັບໃຊ້. ປັດຈຸບັນ, ຈີນ ແລະ ປະເທດສະມາຊິກອາຊຽນພວມເລັ່ງຂັ້ນຕອນກວດກາ ແລະ ໃຫ້ສັດຕະຍາບັນສັນຍາພາຍໃນປະເທດ ແລະ ພະຍາຍາມເຮັດໃຫ້ສັນຍາສະບັບນີ້ມີຜົນບັງຄັບໃຊ້ໂດຍໄວ.

ເມື່ອເວົ້າເຖິງຈີນ ແລະ ປະເທດສະມາຊິກອາຊຽນຈະເຮັດແນວໃດ ເພື່ອລົງເລິກການຮ່ວມມືໃນດ້ານຕ່ອງໂສ້ອຸດສາຫະກຳ, ທ່ານເຫີຢາຕົງກ່າວວ່າ: ຈີນຈະເຮັດໃຫ້ສັນຍາສະບັບນີ້ສາມາດເສີມຂະຫຍາຍຢ່າງເຕັມທີ່, ສະໜັບສະໜູນວິສາຫະກິດດີຈີຕອນ ແລະ ພະລັງງານໃໝ່ຂອງຈີນເຂົ້າໄປພັດທະນາຢູ່ຕະຫຼາດອາຊຽນຢ່າງເລິກເຊິ່ງ, ລົງເລິກການຮ່ວມມືລະຫວ່າງສອງຝ່າຍໃນຂົງເຂດລ້ຳຍຸກຕ່າງໆ ເຊັ່ນ: ການກໍ່ສ້າງພື້ນຖານໂຄງລ່າງຄລາວ, ປັນຍາປະດິດ, ວິທະຍາສາດເຕັກໂນໂລຊີການທະນາຄານ, ອຸປະກອນສີຂຽວ, ພະລັງງານໄຟຟ້າສີຂຽວ ແລະ ຂົງເຂດອື່ນໆ ເພື່ອຊຸກຍູ້ໃຫ້ຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງຂອງສອງຝ່າຍເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ.