
ວັນທີ 20 ມີນາ 2026, ງານລ້ຽງພາຍໃຕ້ຫົວຂໍ້ “ຄ່ຳຄືນແຫ່ງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ໄດ້ຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນປະເທດກຳປູເຈຍ, ທ່ານ ຫວ່າງເວີນປິ່ນ ເອກອັກຄະລັດຖະທູດຈີນປະຈຳກຳປູເຈຍກ່າວວ່າ: ໃນໄລຍະ 10 ປີນັບແຕ່ປີ 2016 ເປັນຕົ້ນມາ ແມ່ນ “10 ປີຄຳ” ທີ່ການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງພັດທະນາໄປຢ່າງວ່ອງໄວ ແລະ ໄດ້ຮັບໝາກຜົນຢ່າງອຸດົມສົມບູນ. ຄວາມວ່ອງໄວ ແລະ ບາດກ້າວໃຫຍ່ແຫ່ງການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງແມ່ນຫາຍາກໃນປະຫວັດການຮ່ວມມືຂອງພາກພື້ນໃນສາກົນ, ສ່ອງແສງໃຫ້ເຫັນເຖິງພະລັງຊີວິດທີ່ຟົດຟື້ນ, ກຳລັງເຕົ້າໂຮມຈິດໃຈທີ່ເຂັ້ມແຂງ ແລະ ຄວາມສາມາດດຳເນີນງານຢ່າງມີປະສິດທິພາບສູງ.
ທ່ານ ປຣັກ ໂຊຄອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ການຮ່ວມມືສາກົນກຳປູເຈຍ ພ້ອມດ້ວຍເຈົ້າໜ້າທີ່ ແລະ ຜູ້ຕາງໜ້າທີ່ກ່ຽວຂ້ອງຂອງລັດຖະບານກຳປູເຈຍໄດ້ເຂົ້າຮ່ວມງານລ້ຽງດັ່ງກ່າວ.
ທ່ານ ຫວ່າງເວີນປິ່ນ ກ່າວວ່າ: ພາຍໃຕ້ຂອບການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຈີນ ແລະ ກຳປູເຈຍໄດ້ດຳເນີນການຮ່ວມມືຕ່າງໆທີ່ມີປະສິດທີຜົນຢ່າງຫຼວງຫຼາຍ, ປາກົດມີຈຸດພິເສດທີ່ກວມເອົາຂອບເຂດກວ້າງຂວາງ, ມີໝາກຜົນທີ່ຕິດແທດຕົວຈິງ, ມີຜູ້ເຂົ້າຮ່ວມຫຼາຍ ແລະ ສ້າງຜົນປະໂຫຍດໃນຂອບເຂດກວ້າງຂວາງ. ໃນໄລຍະ 10 ປີຜ່ານມາ, ຈີນໄດ້ສະໜັບສະໜູນກຳປູເຈຍດຳເນີນ 106 ໂຄງການໂດຍຜ່ານທຶນສະເພາະກິດຂອງການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ນຳເອົາຜົນປະໂຫຍດມາໃຫ້ແກ່ 10 ກວ່າແຂວງ ແລະ ປະຊາຊົນຫຼາຍແສນຄົນຂອງກຳປູເຈຍ.
ທ່ານ ປຣັກ ໂຊຄອນ ກ່າວວ່າ: ການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຊຸກຍູ້ການສົນທະນາ ແລະ ການພັດທະນາລະຫວ່າງປະເທດສະມາຊິກຕ່າງໆ, ໄດ້ຮັບຜົນງານທີ່ແທ້ຈິງໃນຫຼາຍຂົງເຂດທີ່ເປັນຂໍກຸນແຈສຳຄັນ. ກົນໄກການຮ່ວມມືດັ່ງກ່າວແມ່ນສ້າງຂຶ້ນບົນພື້ນຖານແຫ່ງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ແລະ ວິໄສທັດຮ່ວມຂອງຝ່າຍຕ່າງໆ, ໄດ້ກາຍເປັນແບບຢ່າງຂອງການຮ່ວມມືໃຕ້ໃຕ້. ກຳປູເຈຍຈະສືບຕໍ່ສຸມຄວາມພະຍາຍາມຮ່ວມມືກັບຈີນ ແລະ ປະເທດສະມາຊິກທີ່ກ່ຽວຂ້ອງ, ຄົ້ນຫາຊ່ອງທາງການຮ່ວມມືອັນໃໝ່ຢ່າງບໍ່ຢຸດຢັ້ງ, ພ້ອມກັນຍົກລະດັບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຂຶ້ນສູ່ລະດັບສູງກວ່າເກົ່າ, ນຳເອົາຜົນປະໂຫຍກຖາວອນ ແລະ ຄວາມຈະເລີນຮຸ່ງເຮືອງແບບຍືນຍົງມາໃຫ້ແກ່ປະຊາຊົນບັນດາປະເທດ.