ເລີ່ມການເຄື່ອນໄຫວລາດຕະເວນແລະບັງຄັບໃຊ້ກົດໝາຍຮ່ວມກັນຕາມແມ່ນ້ຳ ຂອງລະຫວ່າງຈີນ-ລາວ-ມຽນມາ-ໄທຄັ້ງທີ 163

CRI,    March 27, 2026
Size:

ເວລາ 09:00 ໂມງຂອງວັນທີ 23 ມີນານີ້, ການເຄື່ອນໄຫວລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມກັນຕາມແມ່ນ້ຳຂອງລະຫວ່າງຈີນ-ລາວ-ມຽນມາ-ໄທ ຄັ້ງທີ 163 ໄດ້ເລີ່ມຂຶ້ນຢ່າງເປັນທາງການ. ພາຍຫຼັງເຈົ້າໜ້າທີ່ແລະເຮືອປະຈຳການຈາກ 4 ປະເທດຈີນ, ລາວ, ມຽນມາ, ໄທ ເຕົ້າໂຮມກັນຢູ່ນ່ານນ້ຳທີ່ກຳນົດແລ້ວ, ໄດ້ເລີ່ມປະຕິບັດໜ້າທີ່ລາດຕະເວນແລະບັງຄັບໃຊ້ກົດໝາຍ.

ໃນການເຄື່ອນໄຫວຄັ້ງນີ້, ສີ່ຝ່າຍໄດ້ຈັດສົ່ງເຈົ້າໜ້າທີ່ກົດໝາຍທັງໝົດ 150 ກວ່າຄົນແລະເຮືອປະຈຳການ 7 ລຳ. ໃນໄລຍະປະຕິບັດໜ້າທີ່, ສີ່ຝ່າຍຈະຮ່ວມກັນລາດຕະເວນທາງນ້ຳ ເພື່ອປາບປາມອາຊະຍາກຳຂ້າມຊາດຢ່າງເຂັ້ມງວດ ເຊັ່ນ: ການຄ້າຢາເສບຕິດ, ການລັກລອບເຂົ້າເມືອງຜິດກົດໝາຍ, ການຫຼອກລວງທາງໂທລະຄົມແລະອິນເຕີເນັດເປັນຕົ້ນ. ພ້ອມກັນນັ້ນ, ສີ່ຝ່າຍຈະຈັດກອງປະຊຸມແລກປ່ຽນຂໍ້ມູນຂ່າວສານ, ແຈ້ງໃຫ້ກັນແລະກັນຊາບກ່ຽວກັບສະພາບການປ້ອງກັນຄວາມສະຫງົບຕາມແມ່ນ້ຳຂອງ, ແລກປ່ຽນຂໍ້ມູນດ້ານການປະຕິບັດກົດໝາຍ, ພ້ອມທັງປຶກສາຫາລືມາດຕະການເພື່ອເພີ່ມທະວີການຮ່ວມມືໃຫ້ເລິກເຊິ່ງກວ່າເກົ່າ.