
ວັນທີ 13 ມີນາ 2026, ເນື່ອງໃນໂອກາດເປີດກອງປະຊຸມຜູ້ນຳການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຫຼື LM ຄົບຮອບ 10 ປີ, “ກິດຈະກໍາແລກປ່ຽນ ແລະ ສາຍສາລະຄະດີກ່ຽວກັບການຈັດຕັ້ງປະຕິບັດການຮ່ວມມື LM ພາຍໃຕ້ຫົວຂໍ້ການສົນທະນາກັນ LM” ໄດ້ໄຂຂຶ້ນຢູ່ສະຖານີວິທະຍຸ-ໂທລະພາບແຫ່ງຊາດ ມຽນມາ(MRTV ຢາງກຸ້ງ)ມີ ທ່ານ ເຈິ້ນຈື້ຮົງ, ອັກຄະລັດຖະທູດ ສະຖານທູດຈີນປະຈຳມຽນມາ ແລະ ແຂກຜູ້ມີກຽດເກືອບ 100 ທ່ານເຂົ້າຮ່ວມ, ທ່ານ Maung Maung Ohn, ລັດຖະມົນຕີກະຊວງໂຄສະນາ ມຽນມາ, ທ່ານ Aung Kyaw Moe, ຮອງປະທານອົງການປະສານງານລະຫວ່າງປະເທດກ່ຽວກັບການຮ່ວມມື LM ໄດ້ກ່່າວຄຳປາໄສຜ່ານຮູບແບບວີດີໂອ.
ໃນເວລາໃຫ້ສຳພາດ, ທ່ານ ເຈິ້ນຈື້ຮົງ ກ່າວວ່າ: ການຮ່ວມມື LM ໄດ້ກາຍເປັນກົນໄກການຮ່ວມມືທີ່ມີຊີວິດຊີວາທີ່ສຸດ ແລະ ມີຄວາມສາມາດບົ່ມຊ້ອນທີ່ສຸດດ້ານການພັດທະນາໃນພາກພື້ນ ຊຶ່ງໄດ້ນຳເອົາຜົນປະໂຫຍດມາສູ່ປະຊາຊົນບັນດາປະເທດທີ່ກ່ຽວຂ້ອງ ຢ່າງຫຼວງຫຼາຍ. ຝ່າຍຈີນຈະປະຕິບັດແນວຄິດຄວາມສະໜິດສະໜົມກັນ, ຈິງໃຈຕໍ່ກັນ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ຄວາມໂອບເອື້ອອາລີ ເພື່ອຮ່ວມມືກັບ 5 ປະເທດແມ່ນ້ຳຂອງໃນການສ້າງ “ການຮ່ວມມື LM 2.0”.

ທ່ານ Maung Maung Ohn ກ່າວວ່າ: ໃນໄລຍະ 10 ປີຜ່ານມາ, ການຮ່ວມມື LM ໄດ້ສ້າງຜົນສຳເລັດທີ່ພົ້ນເດັ່ນ ຊຶ່ງໄດ້ເປັນຜົນດີຕໍ່ຫຼາຍຂົງເຂດຂອງມຽນມາ ເຊັ່ນ: ກະສິກຳ, ຊົນນະບົດ, ການສຶກສາ ເປັນຕົ້ນ. ການທີ່ສະພາຜູ້ແທນປະຊາຊົນທົ່ວປະເທດຈີນໄດ້ຮັບຮອງເອົາແຜນການ 5 ປີຄັ້ງທີ 15 ນັ້ນ ແມ່ນເປັນການເພີ່ມກໍາລັງຊຸກຍູ້ໃໝ່ໃຫ້ແກ່ການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ມຽນມາ-ຈີນ.
ໃນສະຖານທີ່ຈັດງານ ຍັງໄດ້ສາຍສາລະຄະດີ ເລື່ອງ “ແມ່ນ້ຳທີ່ໄຫຼໄປທາງທິດໃຕ້” ຕື່ມອີກ.