
ເວລາ 6 ໂມງ 33 ນາທີຂອງວັນທີ 13 ມີນານີ້ຕາມເວລາປັກກິ່ງ, ຈີນໄດ້ສຳເລັດການຍິງສົ່ງດາວທຽມທົດລອງ 30 ໝາຍເລກ 03 ແລະ 04 ຢູ່ສູນຍິງສົ່ງດາວທຽມຊີ່ຊາງຂອງຈີນໂດຍນຳໃຊ້ຈະຫຼວດສົ່ງຍານສາງເຈີ່ງ 2D. ດາວທຽມໄດ້ເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ຢ່າງສະດວກ, ເຮັດໃຫ້ການຍິງສົ່ງດາວທຽມຄັ້ງນີ້ໄດ້ຮັບຜົນສະເລັດຢ່າງຈົບງາມ. ດາວທຽມເຫຼົ່ານີ້ຕົ້ນຕໍແມ່ນໃຊ້ໃນການທົດລອງ ແລະ ກວດສອບເຕັກໂນໂລຊີການສັງເກດຕໍ່ໜ່ວຍໂລກ.
ພາລະກິດຄັ້ງນີ້ແມ່ນການຍິງສົ່ງດາວທຽມຄັ້ງທີ 632 ຂອງຈະຫຼວດສົ່ງຍານລະບົບສາງເຈີ່ງ.