
ເວລາ 9 ໂມງຂອງວັນທີ 11 ມີນານີ້, ກອງປະຊຸມຄັ້ງທີ 4 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 14 ໄດ້ປິດລົງຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ, ໂດຍມີທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດ ປະທານຄະນະກຳມະການການທະຫານສູນກາງຈີນ ພ້ອມດ້ວຍຜູ້ນຳພັກ ແລະ ລັດຂອງໄດ້ເຂົ້າຮ່ວມ. ທ່ານຫວາງຮູ້ນິງ ປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນໄດ້ກ່າວຄຳປາໄສ.

ກອງປະຊຸມດັ່ງກ່າວໄດ້ຮັບຮອງມະຕິຂອງ ກອງປະຊຸມຄັ້ງທີ 4 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 14 ກ່ຽວກັບບົດລາຍງານວຽກງານຂອງຄະນະປະຈຳສະພາ; ໄດ້ຮັບຮອງມະຕິຂອງ ກອງປະຊຸມຄັ້ງທີ 4 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 14 ກ່ຽວກັບບົດລາຍງານສະພາບການປະຕິບັດວຽກງານຂໍ້ສະເໜີນັບແຕ່ ກອງປະຊຸມຄັ້ງທີ 3 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 14 ເປັນຕົ້ນມາ; ໄດ້ຮັບຮອງບົດລາຍງານຂອງຄະນະກຳມາທິການວຽກງານຂໍ້ສະເໜີຄະນະປະຈຳ ສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 14 ກ່ຽວກັບສະພາບການພິຈາລະນາຂໍ້ສະເໜີທີ່ຍື່ນຕໍ່ກອງປະຊຸມຄັ້ງທີ 4 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 14; ໄດ້ຮັບຮອງມະຕິການເມືອງຂອງ ກອງປະຊຸມຄັ້ງທີ 4 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 14.
ກອງປະຊຸມຄັ້ງທີ 4 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 14 ດຳເນີນວາລະຕ່າງໆດ້ວຍຜົນສຳເລັດຢ່າງຈົບງາມແລ້ວໄດ້ປິດລົງ.