
ນັກຂ່າວຕ່າງປະເທດທີ່ໄປລາຍງານຂ່າວກອງປະຊຸມສອງສະພາຂອງຈີນສະແດງຄວາມຫວັງຢ່າງຍິ່ງທີ່ຢາກແບ່ງປັນໂອກາດການພັດທະນາໃໝ່ກັບຈີນ.
ໃນກອງປະຊຸມຄັ້ງທີ 4 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ແລະ ກອງປະຊຸມຄັ້ງທີ 4 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 14 ຫຼື ກອງປະຊຸມສອງສະພາຂອງຈີນປີນີ້, ມີນັກຂ່າວເກືອບພັນຄົນເຂົ້າຮ່ວມການລາຍງານຂ່າວ, ເຂົາເຈົ້າໄດ້ໃຫ້ຄວາມສົນໃຈໃນລະດັບສູງຕໍ່ຂໍ້ມູນຂ່າວສານສຳຄັນທີ່ເປີດເຜີຍໃນກອງປະຊຸມສອງສະພາດັ່ງກ່າວໃນປີນີ້. ມີນັກຂ່າວຈຳນວນຫຼວງຫຼາຍເຫັນວ່າ: ຄວາມມີຊີວິດຊີວາ ແລະ ຄວາມໝັ້ນໜຽວຂອງເສດຖະກິດຈີນໄດ້ສ້າງຄວາມປະທັບໃຈທີ່ເລິກເຊິ່ງໃຫ້ແກ່ເຂົາເຈົ້າ.
ນອກນີ້, ນັກຂ່າວຫຼາຍຄົນໄດ້ໃຫ້ຄວາມສົນໃຈຕໍ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຈີນ 5 ປີຄັ້ງທີ 15 ທີ່ບໍ່ພຽງແຕ່ຈະຊຸກຍູ້ການພັດທະນາຂອງຈີນເທົ່ານັ້ນ, ຍັງສ້າງໂອກາດໃໝ່ແຫ່ງການພັດທະນາ ແລະ ການຮ່ວມມືໃຫ້ແກ່ໂລກອີກດ້ວຍ.