ຈີນ​ຍ່ອມ​ເປັນ​ຈຸດ​ໝາຍ​ປາຍ​ທາງ​ການ​ລົງ​ທຶນ​ທີ່​ດີ, ປອດ​ໄພ ແລະ ໄດ້​ຮັບ​ຜົນ​ສຳ​ເລັດ​ສຳ​ລັບ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ

CRI,    March 06, 2026
Size:

ກອງປະຊຸມຄັ້ງທີ 4 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ໄດ້ຈັດກອງປະຊຸມຖະແຫຼງຂ່າວຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງໃນວັນທີ 4 ມີນານີ້, ທ່ານໂຫຼສິນຈຽນ ໂຄສົກຂອງກອງປະຊຸມໃຫຍ່ກ່າວວ່າ: ປັດຈຸບັນນີ້, ຈັງຫວະການເຕີບໂຕດ້ານເສດຖະກິດຂອງໂລກຊ້າລົງ, ລັດທິຝ່າຍດຽວ ແລະ ລັດທິປົກປ້ອງການຄ້າໄດ້ເງີຍຫົວຂຶ້ນ, ເສດຖະກິດຈີນສະແຫວງຫາການພັດທະນາໃໝ່ທີ່ມີຄຸນນະພາບດີກວ່າໂດຍຜ່ານຜ່າຄວາມຫຍຸ້ງຍາກລຳບາກຕ່າງໆ, ປັດໄຈສຳຄັນແມ່ນ: ຈີນມີລະບົບອຸດສາຫະກຳການຜະລິດຂະໜາດໃຫຍ່ທີ່ສຸດ ແລະ ຄົບຖ້ວນທີ່ສຸດຂອງໂລກ ເຊິ່ງເປັນ “ຂອດສຳຄັນ” ໃນຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງຂອງໂລກ; ຈີນມີຕະຫຼາດບໍລິໂພກທີ່ມີຂະໜາດໃຫຍ່ພິເສດ, 10 ກວ່າປີຂ້າງໜ້ານີ້, ກຸ່ມຄົນທີ່ມີລາຍຮັບປານກາງຂອງຈີນອາດຈະມີຫຼາຍກວ່າ 800 ລ້ານຄົນ, ເຮັດໃຫ້ເປັນສະຖານທີ່ເໝາະສົມທີ່ດີທີ່ສຸດສຳລັບການປະຕິວັດວິທະຍາສາດເຕັກໂນໂລຊີ ແລະ ການປ່ຽນແປງດ້ານອຸດສາຫະກຳຮອບໃໝ່; ຈີນມີນະໂຍບາຍພື້ນຖານແຫ່ງຊາດທີ່ຍຶດໝັ້ນການເປີດປະຕູສູ່ພາຍນອກ, ມີສະພາບແວດລ້ອມນະໂຍບາຍທີ່ໂປ່ງໃສ, ໝັ້ນທ່ຽງ ແລະ ຄາດຄະເນໄດ້. ບໍ່ວ່າໃນອະດີດ, ປັດຈຸບັນ ຫຼື ອະນາຄົດ, ຈີນຍ່ອມເປັນຈຸດໝາຍປາຍທາງການລົງທຶນທີ່ດີ, ປອດໄພ ແລະ ໄດ້ຮັບຜົນສຳເລັດສຳລັບນັກລົງທຶນຕ່າງປະເທດ.