ກອງປະຊຸມຄັ້ງທີ 4 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງ

CRI,    March 05, 2026
Size:

ກອງປະຊຸມຄັ້ງທີ 4 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ໄດ້ໄຂຂຶ້ນຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງໃນເວລາ 9 ໂມງຂອງວັນທີ 5 ມີນານີ້. ທ່ານ ສີຈິ້ນຜິງ ປະທານປະເທດຈີນ ພ້ອມດ້ວຍຜູ້ນໍາພັກ-ລັດຂອງຈີນທ່ານອື່ນໆໄດ້ເຂົ້າຮ່ວມພິທີໄຂກອງປະຊຸມດັ່ງກ່າວ.

ໃນກອງປະຊຸມທີ່ຈະດໍາເນີນເປັນເວລາ 8 ວັນ, ຜູ້ແທນສະພາປະຊາຊົນແຫ່ງຊາດຈີນທີ່ມາຈາກທ້ອງຖິ່ນຕ່າງໆ, ຊົນເຜົ່າຕ່າງໆ ແລະ ຂະແໜງການຕ່າງໆໃນທົ່ວປະເທດຈີນທັງໝົດ 2.700 ກວ່າທ່ານ ຈະຄົ້ນຄວ້າພິຈາລະນາບົດລາຍງານວຽກງານຂອງລັດຖະບານ, ສຳຫຼວດຮ່າງແຜນແມ່ບົດວ່າດ້ວຍການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15, ຄົ້ນຄວ້າພິຈາລະນາຮ່າງປະມວນກົດໝາຍວ່າດ້ວຍສິ່ງແວດລ້ອມທຳມະຊາດ, ຮ່າງກົດໝາຍວ່າດ້ວຍການສົ່ງເສີມຄວາມສາມັກຄີ ແລະ ຄວາມກ້າວໜ້າລະຫວ່າງຊົນເຜົ່າ ແລະ ຮ່າງກົດໝາຍວ່າດ້ວຍແຜນພັດທະນາແຫ່ງຊາດ, ຄົ້ນຄວ້າພິຈາລະນາບົດລາຍງານວຽກງານຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ, ຄົ້ນຄວ້າພິຈາລະນາຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດປີ 2026 ພ້ອມດ້ວຍຮ່າງແຜນງົບປະມານຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນແລະອື່ນໆ.