
ວັນທີ 25 ກຸມພານີ້, ງານສຳມະນາຄວາມຄືບໜ້າດ້ານການແພດ ແລະ ຢາພື້ນເມືອງ ແລະ ເຕັກໂນໂລຊີຊີວະພາບພາຍໃຕ້ໂຄງການ “ການວິເຄາະດ້ານໂມເລກຸນຂອງຢາພື້ນເມືອງໂດຍອີງໃສ່ຊິບນາໂນ-ໄມໂຄຣ ແລະ ການປະເມີນປະສິດທິຜົນດ້ານການປິ່ນປົວ” ທີ່ສະໜັບສະໜູນໂດຍກອງທຶນພິເສດຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຈັດຂຶ້ນຢູ່ນະຄອນຫຼວງເນປີດໍປະເທດມຽນມາ. ທ່ານເຈິ້ງຈີ້ຫົງ ທີ່ປຶກສາອັກຄະລັດຖະທູດຂອງສະຖານທູດຈີນປະຈຳມຽນມາ, ລັດຖະມົນຕີກະຊວງສາທາລະນະສຸກມຽນມາ, ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງລັດຖະບານມຽນມາ, ຜູ້ຊ່ຽວຊານຈີນ, ລາວ, ມຽນມາ, ກຳປູເຈຍ, ໄທ ແລະ ອື່ນໆປະມານ 100 ທ່ານໄດ້ເຂົ້າຮ່ວມ.
ງານສຳມະນາຄັ້ງນີ້ຈະດຳເນີນໄປເປັນເວລາ 2 ວັນ, ເພື່ອປຶກສາຫາລືກັນໂດຍປິ່ນອ້ອມການປະຕິບັດຕົວຈິງ ແລະ ວິທີປະດິດສ້າງໃນດ້ານການແພດ ແລະ ຢາພື້ນເມືອງ.