
ວັນທີ 9 ກຸມພານີ້, ເຮືອຕຳຫຼວດຈີນ 3 ລຳ ໄດ້ອອກຈາກທ່າເຮືອຈິງຮ່າຂອງກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັ່ນນາແຂວງຢຸນນານ, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າໄດ້ເລີ່ມດຳເນີນການເຄື່ອນໄຫວລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມກັນຕາມແມ່ນ້ຳຂອງລະຫວ່າງຈີນ-ລາວ-ມຽນມາ-ໄທຄັ້ງທີ 162 ຢ່າງເປັນທາງການ.
ກ່ອນການເຄື່ອນໄຫວ, ພາກສ່ວນບັງຄັບໃຊ້ກົດໝາຍທີ່ກ່ຽວຂ້ອງຈາກ 4 ປະເທດ ໄດ້ຈັດກອງປະຊຸມຮ່ວມຂອງຜູ້ບັນຊາການຢູ່ນະຄອນຊຽງຮຸ່ງກິ່ງແຂວງສິບສອງພັ່ນນາ ເພື່ອປຶກສາຫາລືກ່ຽວກັບການລົງເລິກການຮ່ວມມືບັງຄັບໃຊ້ກົດໝາຍ ແລະຮັກສາຄວາມໝັ້ນຄົງແລະສະຖຽນລະພາບຂອງການຂົນສົ່ງທາງນໍ້າ ພ້ອມທັງໄດ້ບັນລຸຂໍ້ຕົກລົງຮ່ວມກັນ ໂດຍແນໃສ່ສະພາບທີ່ບຸນກຸດຈີນໃກ້ຈະໝູນວຽນມາຮອດ ແລະ ກິດຈະກຳການຂົນສົ່ງທາງນໍ້າໃນແມ່ນໍ້າຂອງຟົດຟື້ນເປັນຕົ້ນ.
ນອກຈາກນີ້, ພາກສ່ວນບັງຄັບໃຊ້ກົດໝາຍຂອງ 4 ປະເທດດັ່ງກ່າວຍັງຈະຈັດກອງປະຊຸມແລກປ່ຽນຂໍ້ມູນຢູ່ເມືອງຫ້ວຍຊາຍແຂວງບໍ່ແກ້ວປະເທດລາວ ເພື່ອຮ່ວມກັນຄົ້ນຄວ້າແລະປະເມີນສະພາບຄວາມໝັ້ນຄົງຕາມລຳແມ່ນໍ້າຂອງໃນປັດຈຸບັນ, ປຶກສາຫາລືມາດຕະການລະອຽດຢ່າງເລິກເຊິ່ງກ່ຽວກັບການເພີ່ມທະວີການຄຸ້ມຄອງຄວາມໝັ້ນຄົງໃນເຂດນ່ານນໍ້າ ແລະລົງເລິກການຮ່ວມມືບັງຄັບໃຊ້ກົດໝາຍຫຼາຍຝ່າຍ.