ຈີນ​ແລະ​ອາ​ຊຽນ ແມ່ນ​ຄູ່​​ການ​ຄ້າ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ກັນ​ແລະ​ກັນ​ໃນ 6 ປີ​ລຽນ​ຕິດ

CRI,    February 09, 2026
Size:

ຫວ່າງມໍ່ໆມານີ້, ໃນເວລາໃຫ້ສຳພາດ, ທ່ານ ສູນີງໆ ປະທານຄະນະກຳມະການການຮ່ວມມືດ້ານອຸດສາຫະກຳຂອງສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP , ຫົວໜ້າຜູ້ຊ່ຽວຊານດ້ານການຄ້າລະຫວ່າງຈີນ-ອາຊຽນ ກ່າວວ່າ: ຈີນຄອງຖານະທີ່ເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງອາຊຽນປັນເວລາ 17 ປີລຽນຕິດແລ້ວ, ສ່ວນອາຊຽນກໍ່ເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງຈີນເປັນເວລາ 6 ປີລຽນຕິດ. ໂດຍສະເພາະ, ໃນປີ 2025, ຍອດມູນຄ່າການຄ້າຂາເຂົ້າ-ຂາອອກລະຫວ່າງຈີນ-ອາຊຽນບັນລຸ ຫຼາຍກວ່າ 1.000 ຕື້ໂອລາ, ເພີ່ມຂຶ້ນ 7,4%. ໃນນັ້ນ, ຍອດມູນຄ້າຂາເຂົ້າ-ຂາອອກລະຫວ່າງຈີນ-ຫວຽດນາມບັນລຸ 296 ຕື້ 100 ລ້ານໂດລາ, ເພີ່ມຂຶ້ນ 13,7%, ເປັນອັນດັບໜຶ່ງ, ກັບມາເລເຊຍບັນລຸ 191 ຕື້ 700 ລ້ານໂດລາ, ຫຼຸດລົງ 9,6%, ຢູ່ອັນດັບສອງ, ກັບ ອິນໂດເນເຊຍບັນລຸ 167 ຕື້ 500 ລ້ານໂດລາ, ເພີ່ມຂຶ້ນ 13,4%, ຢູ່ອັນດັບສາມ, ແລະກັບລາວບັນລຸ 9,8 ຕື້ໂດລາ, ເພີ່ມຂຶ້ນ 19,3%.