ຈີນ:ປະເທດໃຫຍ່ຄວນນຳໜ້າເຄົາລົບຄວາມສັກສິດຂອງກົດໝາຍສາກົນ

CRI,    January 15, 2026
Size:

ວັນທີ14ມັງກອນນີ້,ທ່ານນາງເມົານີງ ໂຄສົກກະຊວງການຕ່າງປະເທດຈີນຈັດກອງປະຊຸມຖະແຫຼງຂ່າວ.ມີນັກຂ່າວຖາມວ່າ:ທ່ານໂດນັນ ທຣຳກຳລັງບອກທົ່ວໂລກວ່າ ກົດໝາຍສາກົນບໍ່ສຳຄັນຕໍ່ລາວ,ແລະສິ່ງດຽວທີ່ສຳຄັນສຳລັບລາວຄືມາດຖານສິນທຳຂອງຕົນ,ຈີນມີຄວາມເຫັນແນວໃດຕໍ່ເລື່ອງນີ້?

ທ່ານນາງເມົານີງຕອບວ່າ:ກົດໝາຍທີ່ຖືຈຸດປະສົງ ແລະ ຫຼັກການຂອງກົດບັດອົງການສະຫະປະຊາຊາດເປັນພື້ນຖານນັ້ນແມ່ນຮາກຖານຂອງລະບຽບສາກົນໃນປັດຈຸບັນ,ແລະເປັນພື້ນຖານສຳຄັນສຳລັບການແກ້ໄຂຂໍ້ຂັດແຍ້ງສາກົນ.ການປົກປ້ອງກົດໝາຍສາກົນແມ່ນຂໍ້ກຸນແຈສຳຄັນໃນການປົກປັກຮັກສາຄວາມທ່ຽງທຳ ແລະ ຄວາມເປັນທຳສາກົນ ແລະ ປ້ອງກັນບໍ່ໃຫ້ໂລກກັບຄືນສູ່ກົດໝາຍເຖື່ອນ.ປະເທດໃຫຍ່ຄວນນຳໜ້າເຄົາລົບຄວາມສັກສິດຂອງກົດໝາຍສາກົນ ແລະປະຕິບັດພັນທະຂອງຕົນພາຍໃຕ້ກົດໝາຍດັ່ງກ່າວ.