ທົ່ວປະເທດຈີນຈະບັນລຸ “ຕົວເມືອງປອດສິ່ງເສດເຫຼືອ” ໃນປີ 2035

CRI,    January 15, 2026
Size:

ວັນທີ12ມັງກອນນີ້,ກະຊວງນິເວດ ແລະສະພາບແວດລ້ອມຈີນເປີດເຜີຍໃຫ້ຮູ້ວ່າ: ຮອດປີ2027,ຈີນຈະສ້າງ“ຕົວເມືອງປອດສິ່ງເສດເຫຼືອ” ໃຫ້ກວມເອົາ60%ຂອງທົ່ວປະເທດ.

ຕາມຂ່າວລາຍງານວ່າ,ໃນໄລຍະຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຈີນ5ປີ ຄັ້ງທີXIVຄື: ລະຫວ່າງປີ2021-2025,ກະຊວງນິເວດ ແລະສະພາບແວດລ້ອມຈີນໄດ້ຊຸກຍູ້ໃຫ້113ຕົວເມືອງ ແລະ8ເຂດພິເສດໃນທົ່ວປະເທດດຳເນີນການສ້າງ“ຕົວເມືອງປອດສິ່ງເສດເຫຼືອ” ໂດຍໄດ້ດຳເນີນ ໂຄງການກຳຈັດສິ່ງເສດເຫຼືອທາດແຂງປະເພດຕ່າງໆ3.000ກວ່າໂຄງການ. ໃນໄລຍະຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຈີນ5ປີ ຄັ້ງທີXVຄື: ລະຫວ່າງປີ2026-2030,ຈະສ້າງເປັນ“ຕົວເມືອງປອດສິ່ງເສດເຫຼືອ”200ແຫ່ງ.  ຮອດປີ2035,ຈະບັນລຸ“ຕົວເມືອງປອດສິ່ງເສດເຫຼືອ” ທັງໝົດໃນທົ່ວປະເທດ.