ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ​ຢ່າງ​ເປັນ​ທາງ​ການ

CRI,    December 18, 2025
Size:

ນັບແຕ່ວັນທີ 18 ທັນວາ 2025 ນີ້ເປັນຕົ້ນໄປ, ຈີນເລີ່ມປະຕິບັດດ່ານພາສີອິດສະຫຼະທົ່ວເກາະໄຫຫຼຳຢ່າງເປັນທາງການ.

ນັບມາຮອດປັດຈຸບັນ, ນະໂຍບາຍ ແລະເອກະສານຕ່າງໆກ່ຽວກັບດ່ານພາສີອິດສະຫຼະໄດ້ຮັບການຈັດຕັ້ງປະຕິບັດພ້ອມກັນ ເຊັ່ນ: ບັນຊີລາຍຊື່ສິນຄ້າເກັບພາສີນຳເຂົ້າ, ນະໂຍບາຍພາສີດ້ານການຈໍລະຈອນສິນຄ້າ, ບັນຊີລາຍຊື່ສິນຄ້າ ແລະວັດຖຸສິ່ງຂອງທີ່ຕ້ອງຫ້າມ ຫຼືຈຳກັດດ້ານຂາເຂົ້າ-ຂາອອກ, ນະໂຍບາຍຍົກເວັ້ນພາສີຕໍ່ຜະລິດຕະພັນປຸງແຕ່ງທີ່ມີມູນຄ່າເພີ່ມ, ລະບຽບການຕິດຕາມຄຸ້ມຄອງອົງການພາສີ ແລະອື່ນໆ.

ຫຼັງຈາກປະຕິບັດດ່ານພາສີອິດສະຫຼະທົ່ວເກາະໄຫຫຼຳແລ້ວ, ແຂວງໄຫຫຼຳຍັງຈະເປີດກວ້າງຂົງເຂດການເປີດປະຕູຢ່າງບໍ່ຢຸດຢັ້ງ, ສືບຕໍ່ປັບປຸງລະບົບນະໂຍບາຍ ແລະລະບຽບການໃຫ້ສົມບູນຂຶ້ນຢ່າງຕໍ່ເນື່ອງ, ພະຍາຍາມສ້າງເປັນດ່ານສຳຄັນທີ່ນຳພາການເປີດປະຕູສູ່ພາຍນອກຂອງຈີນໃນຍຸກໃໝ່.