ກອງປະຊຸມຄວາມຮ່ວມມືຂອງອໍານາດການປົກຄອງເຂດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ແລະ ປຶກສາຫາລືກ່ຽວກັບບັນດາເມືອງປະຫວັດສາດແລະວັດທະນະທຳທີ່ມີຊື່ສຽງປີ2025 ໄດ້ຈັດຂຶ້ນຢູ່ນະຄອນຕ້າຫຼີ

Yunnan Gateway,    December 18, 2025
Size:

ວັນທີ 19 ພະຈິກນີ້, ກອງປະຊຸມຄວາມຮ່ວມມືຂອງອໍານາດການປົກຄອງເຂດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ແລະ ປຶກສາຫາລືກ່ຽວກັບບັນດາເມືອງປະຫວັດສາດແລະວັດທະນະທຳທີ່ມີຊື່ສຽງ ປີ 2025 ໄດ້ຈັດຂຶ້ນຢູ່ນະຄອນຕ້າຫຼີ. ບັນດາຝ່າຍທີ່ເຂົ້າຮ່ວມກອງປະຊຸມໄດ້ຕີລາຄາສູງຕໍ່ຜົນສຳເລັດ 10 ປີຂອງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະ ຜົນສຳເລັດຂອງເວທີປຶກສາຫາລືການຮ່ວມມືອຳນາດການປົກຄອງແຕ່ລະປະເທດໃນ 5 ປີທີ່ຜ່ານມາ. ບັນດາຝ່າຍເຫັນວ່າການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຮັບການຊຸກຍູ້ຢ່າງເປັນຮູບປະທໍາ ແລະ ມີປະສິດທິຜົນ, ອຳນາດການປົກຄອງຂອງແຕ່ລະປະເທດຮ່ວມມືຢ່າງແໜ້ນແຟ້ນ, ນຳມາເຊິ່ງຜົນປະໂຫຍດອັນແທ້ຈິງໃຫ້ແກ່ປະຊາຊົນໃນພາກພື້ນ. ບັນດາຝ່າຍກ່າວວ່າອຳນາດການປົກຄອງຂອງແຕ່ລະປະເທດຈະເສີມຂະຫຍາຍທ່າແຮງຂອງຕົນຢ່າງເຕັມສ່ວນ, ເຂົ້າຮ່ວມການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງດ້ວຍຫຼາຍຮູບການ, ລົງເລິກການແລກປ່ຽນແລະການຮ່ວມມື, ເພີ່ມທະວີການແລກປ່ຽນດ້ານເສດຖະກິດການຄ້າ, ສືບຕໍ່ຍົກລະດັບການຮ່ວມມືດ້ານກະສິກຳ, ການທ່ອງທ່ຽວ, ດ່ານພາສີ, ສື່ມວນຊົນ, ເມືອງມິດຕະພາບ, ການປົກປັກຮັກສາມໍລະດົກທາງວັດທະນະທຳແລະອື່ນໆ, ປະກອບສ່ວນໃໝ່ເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳຂອງປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

ເວທີປຶກສາຫາລືຄັ້ງນີ້ແມ່ນຈັດໂດຍສະມາຄົມມິດຕະພາບຕ່າງປະເທດແຫ່ງຊາດຈີນ, ຈັດຕັ້ງໂດຍສະມາຄົມມິດຕະພາບຕ່າງປະເທດແຂວງຢຸນນານ, ອຳນາດການປົກຄອງນະຄອນປົກຄອງຕົນເອງເຜົ່າປາຍຕ້າຫຼີ. ແຂກຈີນແລະຕ່າງປະເທດໄດ້ປຶກສາຫາລືແລະແລກປ່ຽນກ່ຽວກັບການປົກຄອງທົ່ວໂລກ, ສີວິໄລນິເວດ, ການປົກປັກຮັກສາມໍລະດົກທາງປະຫວັດສາດແລະວັດທະນະທຳແລະອື່ນໆ.

ເວທີປຶກສາຫາລືຄັ້ງນີ້ມີປະເທດຕ່າງໆໄດ້ແກ່: ກຳປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ ແລະ ບັນດາພະແນກການທີ່ກ່ຽວຂ້ອງ, ຫົວໜ້າອໍານາດການປົກຄອງທ້ອງຖິ່ນ ແລະ ບັນດາທູຕານຸທູດປະຈຳຈີນ 200 ກວ່າຄົນໄດ້ເຂົ້າຮ່ວມກິດຈະກຳດັ່ງກ່າວ.