ວັນທີ 19 ທັນວານີ້, ທ່ານກົ່ວເຈ່ຍຄຸ່ນ ໂຄສົກກະຊວງການຕ່າງປະເທດຈີນຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມເຖິງເລື່ອງທີ່ຈີນເລີ່ມອອກໃບອະນຸຍາດການສົ່ງອອກແຮ່ຫາຍາກສະບັບໃໝ່.
ທ່ານກົ່ວເຈ່ຍຄຸ່ນກ່າວວ່າ: ພວກເຮົາຕ້ອງເນັ້ນໜັກວ່າ, ວັດຖຸສິ່ງຂອງຕ່າງໆຄື ແຮ່ຫາຍາກເປັນຕົ້ນ ມີລັກສະນະໃຊ້ໄດ້ທັງທາງການທະຫານແລະທາງພົນລະເມືອງ, ການຄວບຄຸມການສົ່ງອອກ ເປັນວິທີທີ່ປະຕິບັດໂດຍທົ່ວໄປໃນສາກົນ, ເຊິ່ງສ່ອງແສງໃຫ້ເຫັນເຖິງຫຼັກໝັ້ນຕະຫຼອດມາຂອງຈີນໃນການປົກປັກຮັກສາສັນຕິພາບຂອງໂລກ ແລະ ສະຖຽນລະພາບຂອງພາກພື້ນຢ່າງເດັດດ່ຽວ, ເຂົ້າຮ່ວມຄວາມພະຍາຍາມສາກົນ ເພື່ອປ້ອງກັນການແຜ່ຜາຍອາວຸດແສນຍານຸພາບລ້າງຜານສູງຢ່າງຕັ້ງໜ້າ. ຈີນດຳເນີນວຽກງານຄວບຄຸມການສົ່ງອອກວັດຖຸສິ່ງຂອງທີ່ກ່ຽວຂ້ອງກັບແຮ່ຫາຍາກຕາມລະບຽບກົດໝາຍນັ້ນ, ບໍ່ແນໃສ່ປະເທດໃດເປັນການສະເພາະ. ຂໍພຽງແຕ່ແມ່ນການຮ້ອງຂໍການສົ່ງອອກທີ່ໃຊ້ເຂົ້າໃນທາງພົນລະເມືອງທີ່ຖືກຕ້ອງຕາມລະບຽບກົດໝາຍ, ລັດຖະບານຈີນກໍຈະອະນຸມັດຢ່າງທັນເວລາ. ຈີນຍິນດີຮ່ວມກັບປະເທດແລະເຂດແຄວ້ນທີ່ກ່ຽວຂ້ອງເພີ່ມທະວີການສົນທະນາແລະການຮ່ວມມື, ພ້ອມກັນປົກປັກຮັກສາຄວາມໝັ້ນຄົງຂອງລະບົບຕ່ອງໂສ້ການຜະລິດແລະການສະໜອງທົ່ວໂລກ.