ກອງປະຊຸມສົນທະນາວຽກງານຊັບພະຍາກອນມະນຸດດ້ານວັດທະນະທໍາທົ່ວປະເທດຈີນຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ

CRI,    December 22, 2025
Size:

ກອງປະຊຸມສົນທະນາວຽກງານຊັບພະຍາກອນມະນຸດດ້ານວັດທະນະທໍາທົ່ວປະເທດ ແລະ ພິທີຍ້ອງຍໍບຸກຄົນ ແລະ ຄະນະທີ່ດີເດັ່ນໃນລະບົບໂຄສະນາທົ່ວປະເທດຈີນໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 20 ທັນວານີ້. ທ່ານ ຫຼີຊູເຫຼີຍ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນໄດ້ເຂົ້າຮ່ວມກອງປະຊຸມ ແລະ ກ່າວປາໄສ.

ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມເຫັນວ່າ: ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກຄອມມູນິດຈີນເປັນຕົ້ນມາ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກຄອມມູນິດຈີນ ໄດ້ສະເໜີຂໍ້ປະເດັນອັນສໍາຄັນຕ່າງໆກ່ຽວກັບວຽງານຊັບພະຍາກອນມະນຸດດ້ານວັດທະນະທໍາ, ໂດຍໄດ້ໃຫ້ຄໍາຕອບຢ່າງເລິກເຊິ່ງກ່ຽວກັບບັນຫາສໍາຄັນຄື: ຄວນສ້າງຖັນແຖວຊັບພະຍາກອນມະນຸດດ້ານວັດທະນະທໍາແບບໃດ ແລະ ສ້າງຖັນແຖວຊັບພະຍາກອນມະນຸດດ້ານວັດທະນະທໍາຄືແນວໃດ, ເຊິ່ງໄດ້ສະໜອງບ່ອນອີງອັນພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດວຽກງານຊັບພະຍາກອນມະນຸດດ້ານວັດທະນະທໍາໃນຍຸກໃໝ່ໃຫ້ດີ.

ນອກນີ້, ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມເຫັນວ່າ: ແກນກາງຂອງການປະດິດສ້າງດ້ານວັດທະນະທໍາແມ່ນຂຶ້ນກັບຄົນ, ຄວນຈັດຕັ້ງຜັນຂະຫຍາຍແຜນນະໂຍບາຍອັນສໍາຄັນຂອງກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20, ຖືເອົາການບົ່ມເພາະຊັບພະຍາກອນມະນຸດ ແລະ ສ້າງຖັນແຖວຊັບພະຍາກອນມະນຸດເປັນໜ້າທີ່ຍຸດທະສາດທີ່ສໍາຄັນ ແລະ ຮີບດ່ວນ, ສ້າງຖັນແຖວຊັບພະຍາກອນມະນຸດດ້ານວັດທະນະທໍາລະດັບສູງທີ່ມີຂະໜາດໃຫຍ່, ມີຄວາມສົມເຫດສົມຜົນດ້ານໂຄງສ້າງ ແລະ ມີຄວາມບຸກບືນສູ້ຊົນດ້ານການປະດິດສ້າງ. ນອກນັ້ນ, ຄວນເພີ່ມທະວີການອອກແບບຈາກຂັ້ນເທິງສູງສຸດ, ປະດິດສ້າງມາດຕະການປະຕິບັດງານ ເພື່ອສຸມຄວາມພະຍາຍາມບໍາລຸງສ້າງຜູ້ນໍາພາຊັບພຍາກອນມະນຸດດ້ານວັດທະນະທໍາທີ່ມີລະດັບສູງ.