
ວັນທີ 27 ພະຈິກ 2024, “ງານວາງສະແດງຜົນງານດີເດັ່ນຂອງຈາກການແຂ່ງຂັນອອກແບບສິລະປະສາກົນແຫ່ງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນປະເທດລາວ. ມີຄູອາຈານ ແລະ ນັກສຶກສາຂອງໂຮງຮຽນສິລະປະ, ຜູ້ຕາງໜ້າວິສາຫະກິດ, ຫົວໜ່ວຍວິຊາການ, ນັກຂ່າວ ພ້ອມດ້ວຍແຂກຈາກວົງການຕ່າງໆຂອງສອງປະເທດຈີນ-ລາວເກືອບ 100 ຄົນໄດ້ເຂົ້າຮ່ວມງານວາງສະແດງຄັ້ງນີ້.

ພາຍໃນງານໄດ້ວາງສະແດງຜົນງານທີ່ເຄີຍໄດ້ຮັບລາງວັນດີເດັ່ນຈາກການແຂ່ງຂັນອອກແບບສິລະປະສາກົນແຫ່ງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃນຫຼາຍຄັ້ງຜ່ານມາ ແລະ ຜົນງານດີເດັ່ນຈຳນວນໜຶ່ງທີ່ເຂົ້າຮ່ວມການແຂ່ງຂັນໃນປີນີ້ທັງໝົດ 50 ກວ່າຜົນງານ, ພ້ອມທັງໄດ້ນຳເອົາ<