10 ຂ່າວ​ເດັ່ນ​ກ່ຽວກັບການຮ່ວມມື LM ປະຈຳປີ 2024

lmcchina.org,    January 26, 2025
Size:

ວັນທີ 17 ມັງກອນ 2025, ພິທີປະກາດ “10 ຂ່າວເດັ່ນກ່ຽວກັບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຫຼື LM ປະຈຳປີ 2024” ຈັດຂຶ້ນຢູ່ນະຄອນຫຼວງບາງກອກ ປະເທດໄທ ເຊິ່ງສະແດງໃຫ້ເຫັນເຖິງໝາກຜົນທີ່ເຫັນໄດ້ຢ່າງປະຈັກຕາ, ຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ ແລະ ອະນາຄົດອັນສົດໃສຂອງການຮ່ວມມືລະຫວ່າງຫົກປະເທດ LM.

ໜຶ່ງ: ຫົກປະເທດໄດ້ລົງເລິກຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງອີກບາດກ້າວໜຶ່ງ

ວັນທີ 19 ສິງຫາ 2024, ທ່ານ ສີຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ໄດ້ພົບປະກັບທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສສ ຫວຽດນາມຢູ່ນະຄອນຫຼວງປັກກິ່ງ ໃນໂອກາດທີ່ທ່ານ ໂຕເລິມເດີນທາງມາຢ້ຽມຢາມ ສປ ຈີນ ທາງລັດຖະກິດ.

ວັນທີ 7 ພະຈິກ 2024, ມີບັນດາປະມຸກລັດ ແລະ ຫົວໜ້າລັດຖະບານຈາກລາຊະອານາຈັກກຳປູເຈຍ, ສປປ ລາວ, ສ ມຽນມາ, ລາຊະອານາຈັກໄທ ແລະ ສສ ຫວຽດນາມ ລວມທັງຜູ້ອໍານວຍການທະນາຄານພັດທະນາອາຊີ ໄດ້ເດີນທາງມາ ສປ ຈີນເພື່ອເຂົ້າຮ່ວມກອງປະຊຸມກົນໄກການຮ່ວມມືໃນພາກພື້ນ ໂດຍມີທ່ານ ຫຼີສຽງ, ນາຍົກລັດຖະມົນຕີ ສປ ຈີນເປັນປະທານກອງປະຊຸມ ເຊິ່ງທ່ານໄດ້ເນັ້ນໜັກວ່າ: ຈີນ ແລະ ບັນດາປະເທດແມ່ນ້ຳຂອງ ແມ່ນປະຊາຄົມຮ່ວມຊາຕາກຳທີ່ຮັກແພງກັນປຽບດັ່ງຄອບຄົວດຽວກັນ, ເມື່ອປະເຊີນໜ້າກັບສະຖານະການພາກພື້ນ ແລະ ສາກົນທີ່ສະຫຼັບສັບຊ້ອນ, ຄວນເຕົ້າໂຮມຄວາມສາມັກຄີ ແລະ ປະສານງານກັນຢ່າງໃກ້ຊິດ, ເສີມຂະຫຍາຍທ່າແຮງດ້ານເສດຖະກິດຂອງກັນແລະກັນຢ່າງເຕັມທີ່ ແລະ ຊຸກຍູ້ການຮ່ວມມືທີ່ເປັນຮູບປະທຳໃນທຸກຂົງເຂດໃຫ້ກ້າວລົງສູ່ລວງເລິກອີກກ້າວໜຶ່ງ.

ສອງ: ກອງປະຊຸມລັດຖະມົນຕີການຕ່າງປະເທດຂອບການຮ່ວມມື LM ຄັ້ງທີ 9 ໄດ້ເປີດປະຫວັດສາດໜ້າໃໝ່ແຫ່ງການຮ່ວມມື

ວັນທີ 16 ສິງຫາ 2024, ກອງປະຊຸມລັດຖະມົນຕີການຕ່າງປະເທດຂອບການຮ່ວມມື LM ຄັ້ງທີ 9 ໄດ້ໄຂຂຶ້ນຢູ່ນະຄອນຊຽງໃໝ່ ປະເທດໄທ. ທ່ານ ຫວັງອີ້, ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ສປ ຈີນ ໄດ້ກ່າວວ່າ: ຢູ່ຕາມເສັ້ນທາງກ້າວໄປສູ່ຄວາມທັນສະໄໝຮ່ວມກັນ, ຈີນຍິນດີຮ່ວມກັບບັນດາປະເທດ LM ກ້າວເດີນຢູ່ແຖວໜ້າ, ສ້າງເຂດສາທິດການສ້າງ “ໜຶ່ງແລວ  ໜຶ່ງເສັ້ນທາງ” ຮ່ວມກັນດ້ວຍຄຸນນະພາບສູງ, ເຂດນຳໜ້າການປະຕິບັດຂໍ້ລິເລີ່ມວ່າດ້ວຍ ການພັດທະນາທົ່ວໂລກ, ເຂດທົດລອງການປະຕິບັດຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກ ແລະ ເຂດຕົວແບບການປະຕິບັດຂໍ້ລິເລີ່ມວ່າດ້ວຍອະລິຍະທຳທົ່ວໂລກ ເພື່ອຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳປະເທດ LM ໃຫ້ເປັນຮູບປະທຳ ແລະ ມີປະສິດທິຜົນຕົວຈິງ.

ສາມ: ການເປີດນຳໃຊ້ທາງລົດໄຟຈີນ-ລາວ ເປັນເວລາ 3 ປີໄດ້ປາກົດໃຫ້ເຫັນຄວາມໄວຂອງການພັດທະນາທີ່ເກີນຄວາມຄາດຄິດ

ວັນທີ 3 ທັນວາ 2024, ທາງລົດໄຟຈີນ-ລາວ ໄດ້ເປີດນຳໃຊ້ຄົບຮອບ 3 ປີ. ໃນໄລຍະ 3 ປີຜ່ານມາ, ທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານທັງໝົດຫຼາຍກວ່າ 43 ລ້ານກວ່າເທື່ອຄົນ. ໃນນັ້ນ, ໄດ້ຂົນສົ່ງຜູ້ໂດຍສານຂ້າມແດນເກືອບ 400.000 ເທື່ອຄົນ; ໄດ້ຂົນສົ່ງສິນຄ້າຫຼາຍກວ່າ 48 ລ້ານໂຕນ, ໃນນັ້ນ, ໄດ້ຂົນສົ່ງສິນຄ້າຂ້າມແດນຫຼາຍກວ່າ 10,6 ລ້ານໂຕນ. ປະເພດສິນຄ້າທີ່ຂົນສົ່ງຂ້າມແດນຜ່ານທາງລົດໄຟຈີນ-ລາວໄດ້ເພີ່ມຂຶ້ນເປັນ 3.000 ກວ່າປະເພດ, ເຄືອຂ່າຍການບໍລິການຂົນສົ່ງສິນຄ້າຂ້າມແດນປົກຄຸມ 31 ແຂວງ(ກໍາແພງນະຄອນ, ເຂດ) ພາຍໃນປະເທດຈີນ ກັບ 19 ປະເທດ ແລະ ເຂດແຄວ້ນ ລວມທັງປະເທດລາວ, ໄທ, ຫວຽດນາມ ແລະ ສິງກະໂປເປັນຕົ້ນ. ນອກນັ້ນ, ຜູ້ໂດຍສານແມ່ນມາຈາກ 108 ປະເທດ ແລະ ເຂດແຄວ້ນ.

ສີ່: ຫົກປະເທດ LM ຮ່ວມມືກັນຊຸກຍູ້ການສ້າງ “LM ທີ່ປອດໄພ”

ລະຫວ່າງວັນທີ 6 ຫາ 7 ສິງຫາ 2024, ກອງປະຊຸມແລກປ່ຽນບົດຮຽນກ່ຽວກັບການບໍລິຫານດ້ານອາດຊະຍາກຳໃນພາກພື້ນ LM ແລະ ພິທີເປີດ “ໂຄງການການປະຕິບັດງານນົກນາງນວນ” ໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ ແຂວງຢູນນານ ມີຜູ້ຕາງໜ້າຈາກອົງການຕຳຫຼວດແຫ່ງຊາດກຳປູເຈຍ, ກະຊວງປ້ອງກັນຄວາມສະຫງົບ ສປ ຈີນ, ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງປ້ອງກັນ ສປປ ລາວ, ສຳນັກງານໃຫຍ່ຕຳຫຼວດ ມຽນມາ, ສຳນັກງານຕຳຫຼວດແຫ່ງຊາດ ໄທ, ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ລວມທັງຫ້ອງການບັນຫາຢາເສບຕິດ-ອາດຊະຍາກຳ ອົງການສະຫະປະຊາຊາດ ແລະ ອົງການຕຳຫຼວດອາດຊະຍາກຳສາກົນ(ICPO) ຈຳນວນ 50 ກວ່າຄົນໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ຫ້າ: ການຄ້າອິເລັກໂຕຣນິກຂ້າມແດນໄດ້ນຳມາເຊິ່ງກາລະໂອກາດໃໝ່ດ້ານການຄ້າ

ເດືອນພະຈິກ 2024, ງານວາງສະແດງກ່ຽວກັບເສດຖະກິດ, ການຄ້າ ແລະ ການທ່ອງທ່ຽວຕາມຊາຍແດນ ຈີນ(ກິ່ງແຂວງຫົງເຫີ) -ຫວຽດນາມປີ 2024 ໄດ້ຈັດວາງຫໍວາງສະແດງການຄ້າອິເລັກໂຕຣນິກຂ້າມຊາຍແດນ ເຊິ່ງເປັນຄັ້ງທຳທິດທີ່ງານວາງສະແດງຄັ້ງນີ້ໄດ້ຈັດວາງຫໍວາງສະແດງສະເພາະ ພາຍໃຕ້ຫົວຂໍ້ການຄ້າອິເລັກໂຕຣນິກຂ້າມຊາຍແດນ ເພື່ອວາງສະແດງ ແລະ ດຳເນີນທຸລະກິດ ບັນດາກິດຈະກຳ ແລະ ຜະລິດຕະພັນທີ່ກ່ຽວຂ້ອງກັບການຄ້າອິເລັກໂຕຣນິກຂ້າມຊາຍແດນ. ພາຍໃນຫໍ ໄດມີສິນຄ້າຫຼາກຫຼາຍປະເພດເຊັ່ນ: ອາຫານການກິນ, ເຄື່ອງສຳອາງ,