ຫວ່າງບໍ່ດົນມານີ້, ຄະນະທູຕານຸທູດປະເທດລ່ອງແມ່ນ້ຳຂອງປະຈຳຈີນ ໄດ້ເປີດກິດຈະກຳ “ເອກອັກຄະລັດຖະທູດປະເທດລ່ອງແມ່ນ້ຳຂອງປະຈຳຈີນເດີນທາງຢູ່ເຂດປົກຄອງຕົນເອງຊີຈ້າງຈີນ”, ໂດຍຜ່ານການທັດສະນະສຶກສາຢ່າງເລິກເຊິ່ງຢູ່ນະຄອນລາຊາ ແລະ ນະຄອນຊ່າງຕູ່ ເພື່ອສຳຜັດກັບມູນເຊື້ອວັດທະນະທຳ ແລະ ພຶດຕິກຳແຫ່ງການອະນຸລັກສິ່ງແວດລ້ອມທຳມະຊາດຢູ່ “ຫຼັງຄາໂລກ”.
ຢູ່ນະຄອນລາຊາ, ຄະນະທູຕານຸທູດປະເທດລ່ອງແມ່ນ້ຳຂອງ ໄດ້ໄປຢ້ຽມຊົມວັງປໍຕາລາ, ວັດຕາຈາວ, ວັດເຊຣາ ແລະ ສວນໂນບູລິນກາ.
ທ່ານ ຊັດໄຊ ວິຣິຍະເວຈະກູນ (Mr. Chatchai Viriyavejakul) ເອກອັກຄະຣາຊະທູດໄທປະຈຳຈີນ ທີ່ໄປຢ້ຽມຢາມເຂດປົກຄອງຕົນເອງຊີຈ້າງເປັນຄັ້ງທຳອິດເວົ້າໃຫ້ຮູ້ວ່າ: “ຄວາມທັນສະໄໝຂອງສະໜາມບິນສາກົນກົງກາລາຊາເຮັດໃຫ້ຂ້າພະເຈົ້າຮູ້ສຶກປະທັບໃຈທີ່ສຸດ, ເສັ້ນທາງຈາກສະໜາມບິນໄປຫາໂຮງແຮມກໍມີຄວາມງົດງາມຫຼາຍ.” ຂະບວນການຫັນເປັນທັນສະໄໝ ກັບ ບູຮານສະຖານທາງປະຫວັດສາດທີ່ເກົ່າແກ່ຂອງເຂດປົກຄອງຕົນເອງຊີຊ້າງຢູ່ຮ່ວມກັນຢ່າງກົມກຽວ, ສິ່ງນີ້ໄດ້ເຮັດໃຫ້