
ວັນທີ 30 ພະຈິກ 2025, ພິທີປິດກິດຈະກຳ “ສັບປະດາຮູບເງົາສາກົນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ຄັ້ງທີ 7 ຈັດຂຶ້ນຢູ່ນະຄອນຊວີ່ຈິ້ງ ແຂວງຢຸນນານຈີນ. ກິດຈະກຳຄັ້ງນີ້ມີຫົວຂໍ້ວ່າ “ສາຍຕາສາກົນໃນຮູບເງົາເລື່ອງທຳມະຊາດ ແລະ ວັດທະນະທຳ”, ບຸກຄົນໃນວົງການຮູບເງົາໂທລະພາບທີ່ມາຈາກ 6 ປະເທດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຜູ້ປະກອບການຮູບເງົາຂອງຈີນ ພ້ອມດ້ວຍຜູ້ຕາງໜ້າສື່ມວນຊົນໄດ້ ເຂົ້າຮ່ວມງານມະໂຫລານທີ່ໜ້າປະທັບໃຈຄັ້ງນີ້.

ຮູບເງົາດີເດັ່ນ 20 ເລື່ອງຂອງຈີນ, ລາວ, ກຳປູເຈຍ, ໄທ, ຫວຽດນາມ ແລະ ມຽນມາໄດ້ຮັບລາງວັນຊ້າງຄຳ, ຮູບເງົາເຫຼົ່ານີ້ໄດ້ສະແດງໃຫ້ເຫັນຢ່າງເຕັມທີ່ເຖິງຄວາມຫຼາກຫຼາຍດ້ານວັດທະນະທຳທີ່ອຸດົມສົມບູນ ແລະ ຜົນສຳເລັດຫຼ້າສຸດດ້ານສິລະປະຮູບເງົາຂອງປະເທດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

ແຂກຮັບເຊີນທີ່ເຂົ້າຮ່ວມກິດຈະກຳຄັ້ງນີ້ ໄດ້ເປັນເອກະພາບກັນເຫັນວ່າ: ຮູບເງົາເປັນຂົວຕໍ່ສຳຄັນທີ່ສົ່ງເສີມຄວາມເຂົ້າໃຈ ແລະ ມິດຕະພາບໃນພາກພື້ນ, ຝ່າຍຕ່າງໆຄວນເພີ່ມທະວີການຮ່ວມມືກັນ, ຮ່ວມກັນຊຸກຍູ້ໃຫ້ຜົນງານດີເດັ່ນທີ່ເອົາໃຈໃສ່ທຳມະຊາດ ແລະ ມີຈິດໃຈວັດທະນະທຳຫຼາຍກວ່າເກົ່າກ້າວໄປສູ່ເວທີສາກົນ.