ຊ່ຽວຊານ 6 ປະເທດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງເຕົ້າໂຮມກັນຢູ່ກິ່ງແຂວງເຕີຫົງ ແຂວງຢຸນນານ ເພື່ອເປິກສາຫາລືກ່ຽວກັບຊ່ອງທາງຊຸກຍູ້ການພັດທະນາການແພດ ແລະ ການຢາແບບດັ້ງເດີມດ້ວຍເຕັກໂນໂລຊີດິຈິຕອນ ແລະ ອັດສະລິຍະ

lmcchina.org,    December 17, 2025
Size:

“ເວທີເປິກສາຫາລືນັກວິທະຍາສາດເທີງຊົ່ງ 2025-ກອງປະຊຸມແລກປ່ຽນວິຊາການການແພດ ແລະ ການຢາແບບດັ້ງເດີມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ໄດ້ໄຂຂຶ້ນຢູ່ນະຄອນມາງຊື້ ກິ່ງແຂວງເຕີຫົງ ແຂວງຢຸນນານຈີນ, ເຈົ້າໜ້າທີ່ພາກລັດ, ຊ່ຽວຊານ, ນັກວິຊາການ, ຜູ້ຕາງໜ້າວິສາຫະກິດ 200 ກວ່າຄົນຈາກ 6 ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ເຂົ້າຮ່ວມ, ຮ່ວມກັນຄົ້ນຄວ້າຊ່ອງທາງໃໝ່ທີ່ນຳໃຊ້ເຕັກໂນໂລຊີດິຈິຕອນ ແລະ ອັດສະລິຍະຊຸກຍູ້ການແພດ ແລະ ການຢາແບບດັ້ງເດີມຫັນເປັນທັນສະໄໝ ຫັນເປັນມາດຕະຖານ ແລະ ເຊື່ອມໂຍງກັບສາກົນ.

ກອງປະຊຸມແລກປ່ຽນຄັ້ງນີ້, ແມ່ນພາກສ່ວນສຳຄັນຂອງເວທີເປິກສາຫາລືນັກວິທະຍາສາດເທີງຊົ່ງ 2025, ໂດຍມີສະມາຄົມການແພດ ແລະ ການຢາພື້ນເມືອງຈີນ, ສູນແລກປ່ຽນວິທະຍາສາດເຕັກໂນໂລຊີສາກົນຈີນ, ສະມາຄົມວິທະຍາສາດເຕັກໂນໂລຊີແຂວງຢຸນນານ, ອົງການປົກຄອງກິ່ງແຂວງປົກຄອງຕົນເອງເຜົ່າລື້ເຜົ່າຈິງໂພ່ເຕີຫົງເປັນເຈົ້າພາບຮ່ວມກັນຈັດຂຶ້ນ ພາຍໃຕ້ຫົວຂໍ້ “ນຳໃຊ້ເຕັກໂນໂລຊີດິຈິຕອນ ແລະ ອັດສະລິຍະຊຸກຍູ້ການພັດທະນາການແພດ ແລະ ການຢາແບບດັ້ງເດີມດ້ວຍຄຸນນະພາບສູງ”, ມີຈຸດປະສົງເພື່ອລົງເລິກການແລກປ່ຽນ ແລະ ການຮ່ວມມືລະຫວ່າງປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃນຂົງເຂດການແພດ ແລະ ການຢາແບບດັ້ງເດີມ.

ກິ່ງແຂວງເຕີຫົງ ແຂວງຢຸນນານ ຕັ້ງຢູ່ເຂດຊາຍແດນຈີນ-ມຽນມາ, ເປັນປະຕູສຳຄັນທີ່ຈີນເຊື່ອມຕໍ່ກັບອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້, ທັງເປັນຊຸມທາງໃນແລວເສດຖະກິດຈີນ-ມຽນມາ, ນັບແຕ່ໃດໆມາ ແມ່ນເປັນປ້ອມດ່ານໜ້າແຫ່ງການແລກປ່ຽນວັດທະນະທຳ ແລະ ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນກັບຕ່າງປະເທດ.