ວັນທີ 27 ມີນາ 2026, ກິດຈະກຳ “ຊາວໜຸ່ມໂລກເບິ່ງກວາງໂຈ່ວ”ແລະ “ສັບປະດາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” 2026 ຕາມຫົວຂໍ້ສະເພາະຢູ່ນະຄອນກວາງໂຈ່ວ-ນັກສຶກສາປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທັດສະນະສຶກສາວິທະຍາສາດເຕັກໂນໂລຊີ ແລະ ວັດທະນະທຳໄດ້ຈັດຂຶ້ນ. ມີນັກສຶກສາສິບກວ່າຄົນຈາກປະເທດລ່ອງແມ່ນ້ຳຂອງ ເຊັ່ນ: ກຳປູເຈຍ, ມຽນມາ, ໄທ, ຫວຽດນາມ ແລະອື່ນໆໄດ້ເຕົ້າໂຮມກັນຢູ່ສູນສຳຜັດເຕັກໂນໂລຊີອັດສະລິຍະໃນທຸກສະພາບການໄຫຊິ່ນຊ່າກວາງໂຈ່ວ, ເພື່ອຮັດແໜ້ນຂົວມິດຕະພາບລະຫວ່າງຊາວໜຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງພາຍໃຕ້ການສຳຜັດວິທະຍາສາດເຕັກໂນໂລຊີ ແລະ ການແລກປ່ຽນວັດທະນະທຳ.

ກິດຈະກຳຄັ້ງນີ້ແມ່ນມາດຕະການທີ່ເປັນຮູບປະທຳຂອງນະຄອນກວາງໂຈ່ວເພື່ອຈັດຕັ້ງປະຕິບັດຄວາມຮຽກຮ້ອງແຫ່ງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ໂດຍຖືເອົາການສຳຜັດວິທະຍາສາດເຕັກໂນໂລຊີ ແລະ ວັດທະນະທຳເປັນຂົວຕໍ່, ເຮັດໃຫ້ຊາວໜຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງສຳຜັດກັບຄວາມມີຊີວິດຊີວາດ້ານການປະດິດສ້າງ ແລະ ມົນສະເໜ່ຂອງນະຄອນກວາງໂຈ່ວໂດຍກົງ, ລົງເລິກຄວາມເຂົ້າໃຈເຊິ່ງກັນແລະກັນ.
ຢູ່ສະຖານທີ່ຈັດກິດຈະກຳ, ນັກສຶກສາຂອງປະເທດລ່ອງແມ່ນ້ຳຂອງໄດ້ສຳຜັດກັບເຄື່ອງບິນທີ່ບໍ່ມີຄົນຂັບ, ເຄື່ອງບິນບັນທຸກຄົນແບບອັດສະລິຍະ ແລະ ພາຫະນະຄົມມະນາຄົມໃນຊັ້ນອາກາດຕ່ຳອື່ນໆຢ່າງໃກ້ຊິດ, ໄດ້ຕອບຮັບກັບຫຸ່ນຍົນກາຍຍະພາບ ເຊັ່ນ: ຫຸ່ນຍົນຮູບໝາ ແລະອື່ນໆ, ພ້ອມທັງໄດ້ລົງເລິກຮັບຮູ້ເຕັກໂນໂລຊີເຮືອອັດສະລິຍະທີ່ສຳຫຼວດທະເລເລິກ, ຊຶ່ງໄດ້ສຳຜັດກັບຄວາມໄວ ແລະ ກຳລັງແຮງຂອງຈີນໃນດ້ານການພັດທະນາວິທະຍາສາດເຕັກໂນໂລຊີ.

ຫຼັງຈາກກິດຈະກຳທັດສະນະສຶກສາສິ້ນສຸດລົງແລ້ວ, ນັກສຶກສາປະເທດລ່ອງແມ່ນ້ຳຂອງຫຼາຍຄົນກ່າວວ່າ: ໃນເມື່ອກ່ອນຄິດວ່າ ເຕັກໂນໂລຊີຫຸ່ນຍົນຕົ້ນຕໍແມ່ນຖືກນຳໃຊ້ເຂົ້າໃນຂົງເຂດບັນເທີງເທົ່ານັ້ນ, ແຕ່ຫຼັງຈາກການທັດສະນະສຶກສາຢູ່ພາກສະໜາມຕົວຈິງແລ້ວຈຶ່ງຮູ້ວ່າ ເຕັກໂນໂລຊີເຫຼົ່ານີ້ໄດ້ເຂົ້າເຖິງຊີວິດປະຈຳວັນຢ່າງກວ້າງຂວາງ ເຊັ່ນ: ການອະນາໄມຝາຕຶກຢູ່ບ່ອນສູງ, ການດັບເພີງ ແລະອື່ນໆ, ຊຶ່ງເປັນສິ່ງທີ່ໜ້າຊື່ນຊົມຫຼາຍ.
