ງານເສີມຂະຫຍາຍມິດຕະພາບສັບປະດາ LM ແລະ “ງານຊົງຊາ​ພາຍຫຼັງບຸນກຸດຈີນ” ກ່ຽວກັບການຮ່ວມມືດ້ານພະລັງງານ ແລະ ຄວາມໝັ້ນຄົງໃນພາກພື້ນ LM ປີ 2026

lmcchina.org,    April 07, 2026
Size:

ເພື່ອສະເຫຼີມສະຫຼອງການເປີດກອງປະຊຸມຜູ້ນຳການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຫຼື LM ຄັ້ງທີໜຶ່ງຄົບຮອບ 10 ປີ, ໃນວັນທີ 29 ມີນາ 2026 ກົງກັບສັບປະດາ LM ປີ 2026, ສູນບັງຄັບໃຊ້ກົດໝາຍ LM ໄດ້ຈັດງານເສີມຂະຫຍາຍມິດຕະພາບສັບປະດາ LM ແລະ “ງານຊົງຊາພາຍຫຼັງບຸນກຸດຈີນ” ກ່ຽວກັບການຮ່ວມມືດ້ານພະລັງງານ ແລະ ຄວາມໝັ້ນຄົງໃນພາກພື້ນ LM ປີ 2026 ຢູ່ນະຄອນຄຸນໝິງ ແຂວງຢູນນານ ສປ ຈີນ ໂດຍມີທ່ານ ຈ່ຽງສຸຍ, ຮອງເລຂາທິການສູນບັງຄັບໃຊ້ກົດໝາຍ LM, ທ່ານນາງ ປະວີວັນ ສຸວັນຈິນດາ, ກົງສຸນໃຫຍ່ປະເທດໄທປະຈຳນະຄອນຄຸນໝິງ, ທ່ານ ປອງດອງ ປະຊາພັກດີ, ກົງສຸນໃຫຍ່ ສປປ ລາວປະຈຳນະຄອນຄຸນໝິງ, ທ່ານ Thwin Htet Lin, ກົງສຸນໃຫຍ່ປະເທດມຽນມາປະຈຳນະຄອນຄຸນໝິງ, ທ່ານນາງ Nghiem Viet Chung, ກົງສຸນໃຫຍ່ປະເທດຫວຽດນາມປະຈຳນະຄອນຄຸນໝິງ, ທ່ານ Heng Pisal, ກົງສຸນໃຫຍ່ປະເທດກຳປູເຈຍປະຈຳນະຄອນຄຸນໝິງ, ທ່ານ Mohammed Khaled, ກົງສຸນໃຫຍ່ປະເທດບັງກລາເດັດປະຈຳນະຄອນຄຸນໝິງ ໄດ້ເຂົ້າຮ່ວມງານດັ່ງກ່າວ ແລະ ມີຄຳເຫັນແລກປ່ຽນ.

ພາຍໃນງານ ຍັງໄດ້ຈັດງານແຂ່ງຂັນກິລາມິດຕະພາບຕ່າງໆ ເຊັ່ນ: ງານແຂ່ງຂັນກິລາດຶງ ເຊືອກ, ງານແຂ່ງຂັນບານບ້ວງປະເພດ 4 ຕໍ່ 4, ງານແຂ່ງຂັນດອກປີກໄກ່ປະເພດຄູ່, ງານແຂ່ງຂັນບານເຕະປະເພດ 5 ຄົນ, ງານແຂ່ງຂັນປິ່ງປ່ອງປະເພດດ່ຽວ ກໍຄື ກິດຈະກຳສຳຜັດວັດທະນະທຳທີ່ເປັນມໍລະດົກນາມມະທຳ. ຜູ້ເຂົ້າຮ່ວມລ້ວນແຕ່ມີຄວາມກະຕືລືລົ້ນ ແລະ ໄດ້ເພີ່ມທະວີຄວາມຮັບຮູ້ຕໍ່ກັນໃນຂະບວນການແຂ່ງຂັນແບບມິດຕະພາບ ແລະ ການແລກປ່ຽນຢ່າງເລິກເຊິ່ງ.

ທຸກຝ່າຍທີ່ເຂົ້າຮ່ວມໄດ້ຕີລາຄາສູ່ງຕໍ່ໝາກຜົນອັນອຸດົມສົມບູນທີ່ການຮ່ວມມື LM ຍາດມາໄດ້ໃນໄລຍະ 10 ປີຜ່ານມາ, ໂດຍສະເພາະແມ່ນບົດບາດທີ່ຕັ້ງໜ້າຕໍ່ການຮ່ວມມືດ້ານພະລັງງານໄຟຟ້າ ແລະ ການບັງຄັບໃຊ້ກົດໝາຍ. ໃນບັນຍາກາດທີ່ເຕັມໄປດ້ວຍສຽງຫົວ ແລະ ຄວາມເບີກບານມ່ວນຊື່ນນັ້ນ ໄດ້ເປັນການເສີມຂະຫຍາຍມິດຕະພາບ ແລະ ຊຸກຍູ້ການແລກປ່ຽນຄຳຄິດເຫັນນຳກັນ ພ້ອມທັງໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນກ່ຽວກັບການຊຸກຍູ້ການຮ່ວມມືໃນຄວາມໝັ້ນຄົງດ້ານພະລັງງານ ແລະ ການບັງຄັບໃຊ້ກົດໝາຍໃນພາກພື້ນອີກບາດກ້າວໜຶ່ງ ແລະ ການກໍ່ສ້າງການຮ່ວມມື LM ສະບັບ 2.0 ຮ່ວມກັນ.