
ຕອນເຊົ້າວັນທີ 23 ມີນານີ້, ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ, ກອງປະຊຸມໄດ້ຕົກລົງເຫັນດີຮັບຮອງເອົາທ່ານ ປອ ໄຊສົມພອນ ພົມວິຫານ ເປັນປະທານສະພາແຫ່ງຊາດ ຊຸດທີ X ອີກວາລະໜຶ່ງ ດ້ວຍຄະແນນສຽງ 173 ຄະແນນ, ເຊິ່ງມີໜ້າເຂົ້າຮ່ວມ 173 ທ່ານ, ຖືວ່າໄດ້ຮັບຄະແນນສຽງ 100%.
