
ວັນທີ 17 ມີນານີ້, ກອງປະຊຸມຄັ້ງທີ 17 ຂອງຄະນະກຳມະການຊີ້ນຳການຮ່ວມມືສອງຝ່າຍຈີນ-ຫວຽດນາມໄດ້ຈັດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍຂອງຫວຽດນາມ, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນແລະທ່ານບຸຍ ແທງ ເຊິນ ຮອງນາຍົກລັດຖະມົນຕີຫວຽດນາມຮ່ວມກັນເປັນປະທານກອງປະຊຸມ, ມີເຈົ້າໜ້າທີ່ຈາກກະຊວງແລະແຂວງຕ່າງໆຂອງທັງສອງຝ່າຍໄດ້ເຂົ້າຮ່ວມກອງປະຊຸມຜ່ານທາງອອນລາຍແລະອອຟລາຍ.
ທ່ານຫວາງຢີ້ກ່າວວ່າ: ປີນີ້ແມ່ນປີເລີ່ມຕົ້ນຂອງ “ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15 ຂອງຈີນ”, ແລະແມ່ນປີເລີ່ມການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກຄອມມູນິດຫວຽດນາມ. ຄະນະກຳມະການຊີ້ນຳການຮ່ວມມືສອງຝ່າຍຈີນ-ຫວຽດນາມມີມູນເຊື້ອອັນດີງາມ, ພາຍໃຕ້ການຊີ້ນຳນຳພາດ້ານຍຸດທະສາດຈາກຜູ້ນຳສູງສຸດຂອງສອງພັກແລະສອງລັດ, ຄະນະກຳມະການນີ້ໄດ້ເສີມຂະຫຍາຍບົດບາດທີ່ຂາດບໍ່ໄດ້ໃນການປະສານງານກັນແລະການຊຸກຍູ້ການຮ່ວມມືຕົວຈິງໃນແຕ່ລະຂົງເຂດລະຫວ່າງສອງປະເທດ.
ທ່ານບຸຍ ແທ່ງ ເຊິ່ນກ່າວວ່າ: ຫວຽດນາມເຫັນດີກັບບາດກ້າວຕໍ່ໄປຂອງການຮ່ວມມືທີ່ສະເໜີໂດຍຝ່າຍຈີນ, ຍິນດີເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດລະຫວ່າງສອງຝ່າຍໃຫ້ດີກວ່າເກົ່າ, ຊຸກຍູ້ການຮ່ວມມືທີ່ມີຜົນປະໂຫຍດຮ່ວມກັນດ້ານເສດຖະກິດການຄ້າ, ກະສິກຳ, ການເງິນແລະອື່ນໆ, ເພີ່ມທະວີການປະສານງານແລະການຮ່ວມມືຫຼາຍຝ່າຍ, ແກ້ໄຂຄວາມຂັດແຍ້ງຢ່າງເໝາະສົມແລະຊຸກຍູ້ໃຫ້ການພົວພັນລະຫວ່າງຈີນ-ຫວຽດນາມນັບມື້ເຂົ້າສູ່ລວງເລິກແລະແທດຕົວຈິງ.