
ວັນທີ 16 ມີນານີ້, ກອງປະຊຸມລະດັບລັດຖະມົນຕີຄັ້ງທຳອິດຂອງກົນໄກການສົນທະນາຍຸດທະສາດ “3+3” ໃນດ້ານການຕ່າງປະເທດ, ການປ້ອງກັນປະເທດແລະການປ້ອງກັນຄວາມສະຫງົບ ລະຫວ່າງຈີນ-ຫວຽດນາມໄດ້ຈັດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍຂອງຫວຽດນາມ. ສອງຝ່າຍໄດ້ປຶກສາຫາລືພາຍໃຕ້ຫົວຂໍ້ “ການປະສານງານການພັດທະນາແລະຄວາມໝັ້ນຄົງ, ເດີນຕາມເສັ້ນທາງສັງຄົມນິຍົມໃຫ້ດີ, ຮ່ວມມືຮັບມືກັບສິ່ງທ້າທາຍຮ່ວມກັນ”, ສຸມໃສ່ການແລກປ່ຽນຄວາມເຫັນຢ່າງເລິກເຊິ່ງກ່ຽວກັບການປ່ຽນແປງຂອງສະຖານະການສາກົນ, ການປົກປ້ອງຄວາມໝັ້ນຄົງດ້ານການເມືອງ, ການຮ່ວມມືດ້ານວຽກງານປ້ອງກັນປະເທດແລະການບັງຄົບໃຊ້ກົດໝາຍ ແລະຫົວຂໍ້ສຳຄັນອື່ນໆ, ໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນຢ່າງກວ້າງຂວາງ.
ສອງຝ່າຍໄດ້ເຫັນເປັນເອກະພາບກັນວ່າ: ຈະຈັດກອງປະຊຸມລະດັບລັດຖະມົນຕີຄັ້ງທີ 2 ຂອງກົນໄກການສົນທະນາຍຸດທະສາດ “3+3” ຢູ່ຈີນ, ລົງເລິກການແລກປ່ຽນກັນດ້ານການຕ່າງປະເທດ, ການປ້ອງກັນປະເທດແລະການປ້ອງກັນຄວາມສະຫງົບ.
ໃນໄລຍະຈັດກອງປະຊຸມຍັງຈະຈັດກອງປະຊຸມລະດັບລັດຖະມົນຕີຄັ້ງທີ 9 ກ່ຽວກັບການຮ່ວມມືປາບປາມການກໍ່ອາຊະຍາກຳລະຫວ່າງກະຊວງປ້ອງກັນຄວາມສະຫງົບຈີນ-ຫວຽດນາມແລະກິດຈະກຳການແລກປ່ຽນໄມຕີຈິດຄັ້ງທີ 10 ກ່ຽວກັບການປ້້ອງກັນປະເທດຕາມຊາຍແດນ.