ທ່ານ​ຫວາງ​ຢີ້​ເຂົ້າ​ຮ່ວມ​ງານ​ລ້ຽງ​ສະ​ເຫຼີມ​ສະຫຼອງການ​ຈັດກອງ​ປະ​ຊຸມ​ຜູ້​ນຳ​ຄັ້ງ​ທຳ​ອິດ​ແຫ່ງ​ການ​ຮ່ວ​ມ​ມື​ແມ່​ນ້ຳ​ລ້າ​ນ​ຊ້າງ-ແມ່​ນ້ຳ​ຂອງ​​ຄົບ​ຮອບ 10 ປີ

lmcchina.org,    March 30, 2026
Size:

ວັນທີ 23 ມີນາ 2026, ທ່ານ ຫວາງຢີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເຂົ້າຮ່ວມງານລ້ຽງສະເຫຼີມສະຫຼອງການຈັດກອງປະຊຸມຜູ້ນຳຄັ້ງທຳອິດແຫ່ງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄົບຮອບ 10 ປີຢູ່ນະຄອນຫຼວງປັກກິ່ງ ແລະ ກ່າວຄຳປາໄສ. ມີທູຕານຸທູດ 5 ປະເທດລ່ອງແມ່ນ້ຳຂອງປະຈຳຈີນ, ນັກການທູດປະເທດສະມາຊິກອາຊຽນ ແລະ ອົງການຈັດຕັ້ງສາກົນປະຈຳຈີນ, ກະຊວງກົມກອງທີ່ກ່ຽວຂ້ອງ ເຈົ້າໜ້າທີ່ອົງການປົກຄອງທ້ອງຖິ່ນ ແລະ ຜູ້ຮັບຜິດຊອບຄັງປັນຍາທີ່ກ່ຽວຂ້ອງຂອງຝ່າຍຈີນເຂົ້າຮ່ວມ.

ທ່ານ ຫວາງຢີ້ ກ່າວວ່າ:  6 ປະເທດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງດື່ມນ້ຳຮ່ວມສາຍ, ມີຊາຕາກຳເຊື່ອມຈອດກັນຢ່າງໃກ້ຊິດ. ໃນມື້ນີ້ເມື່ອ 10 ປີກ່ອນ, ການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ເລີ່ມຕົ້ນຢ່າງເປັນທາງການ, ຫວ່ານແກ່ນໄນແຫ່ງຄວາມສາມັກຄີກັນສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດລະຫວ່າງປະເທດໃນພາກພື້ນ. ພາຍໃຕ້ການຊີ້ນຳນຳພາຂອງທ່ານ ສີຈິ້ນຜິງ ປະທານປະເທດຈີນ ແລະ ຜູ້ນຳປະເທດລ່ອງແມ່ນ້ຳຂອງ, 6 ປະເທດເຊີດຊູວັດທະນະທຳ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ “ປະຕິບັດຕໍ່ກັນຢ່າງສະເໝີພາບ, ຊ່ວຍເຫຼືອກັນຢ່າງຈິງໃຈ ແລະ ສະໜິດສະໜົມຄືຄອບຄົວດຽວກັນ”, ປະຕິບັດຕາມຈິດໃຈ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ “ຖືເອົາການພັດທະນາເປັນບຸລິມະສິດ, ປຶກສາຫາລືຢ່າງສະເໝີພາບກັນ, ຕິດແທດຕົວຈິງ ມີປະສິດທິພາບສູງ, ເປີດປະຕູສູ່ພາຍນອກ ແລະ ກວມລວມ”, ສ້າງຄວາມໄວແຫ່ງ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ “ທຸກມື້ມີຄວາມຄືບໜ້າ, ທຸກເດືອນມີຜົນງານ, ທຸກປີຂຶ້ນສູ່ລະດັບສູງກວ່າເກົ່າ”. ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ເຕີບໂຕຈາກແກ່ນໄນເມັດໜຶ່ງກາຍເປັນຕົ້ນໄມ້ສູງສຽດຟ້າ, ຊຶ່ງໄດ້ສ້າງແບບຢ່າງທີ່ດີໃຫ້ແກ່ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ໃນໄລຍະ 10 ປີຜ່ານມາ, ປະເທດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງມີການພົວພັນຢ່າງໃກ້ຊິດກວ່າເກົ່າ, ໄດ້ສ້າງຄູ່ຮ່ວມຊາຕາກຳສອງຝ່າຍຢ່າງທົ່ວເຖິງ. ການພັດທະນາມີແຮງຂັບເຄື່ອນຢ່າງແຂງແຮງກວ່າເກົ່າ, ຍອດມູນຄ່າການຄ້າລະຫວ່າງຈີນກັບ 5 ປະເທດລ່ອງແມ່ນ້ຳຂອງບັນລຸເຖິງ 500 ຕື້ໂດລາຂຶ້ນໄປ, ເພີ່ມຂຶ້ນ 150% ເມື່ອທຽບໃສ່ 10 ປີກ່ອນ. ກຳລັງດ້ານຄວາມໝັ້ນຄົງມີຄວາມໜັກແໜ້ນກວ່າເກົ່າ, ຮ່ວມກັນສຸມຄວາມພະຍາຍາມເຂົ້າໃນຂົງເຂດປ້ອງກັນ ແລະ ບັນເທົາໄພທຳມະຊາດ, ສາທາລະນະສຸກ ແລະອື່ນໆ, ຊຶ່ງໄດ້ປ້ອງກັນຄວາມປອດໄພດ້ານຊີວິດ ແລະ ຊັບສິນຂອງປະຊາຊົນໃນພາກພື້ນນີ້. ການແລກປ່ຽນດ້ານວັດທະນະທຳລົງສູ່ລວງເລິກ, ໄດ້ຈັດຕັ້ງປະຕິບັດ “ວີຊາ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”, ໂຄງການທີ່ນຳເອົາຜົນປະໂຫຍດມາໃຫ້ປະຊາຊົນແບບ “ນ້ອຍ ແລະ ງາມ” ເຊັ່ນ: “ຜົນເກັບກ່ຽວຂອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” “ໂຄງການນ້ຳລິນ” ແລະອື່ນໆໄດ້ຮັບປະສິດທິຜົນຢ່າງພົ້ນເດັ່ນ, ຂົວຕໍ່ແຫ່ງການແລກປ່ຽນອະລິຍະທຳ ແລະ ເຊື່ອມໂຍງຈິດໃຈຂອງປະຊາຊົນມີຄວາມໜັກແໜ້ນຍິ່ງຂຶ້ນ.

ທ່ານ ຊັດໄຈ ວິຣິຍະເວຈະກຸນ ເອກອັກຄະລັດຖະທູດໄທປະຈຳຈີນທີ່ເປັນປະເທດປະທານຮ່ວມຂອງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ກ່າວຄຳປາໄສ ໂດຍຕີລາຄາໃນລະດັບສູງຕໍ່ຜົນສຳເລັດທີ່ອຸດົມສົມບູນຂອງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃນໄລຍະ 10 ປີຜ່ານມາ, ຊົມເຊີຍຈີນທີ່ໄດ້ປະກອບສ່ວນສຳຄັນເພື່ອຊຸກຍູ້ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຮຽກຮ້ອງໃຫ້ປະເທດຕ່າງໆລົງເລິກຄວາມສາມັກຄີ ແລະ ການຮ່ວມມື, ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ປອດໄພກວ່າເກົ່າ ສະອາດກວ່າເກົ່າ ແລະ ຍືນຍົງກວ່າເກົ່າ.

ທ່ານ ຫວາງຢີ້ ແລະ ແຂກຖືກເຊີນຕ່າງໆ ເຊັ່ນ: ທູຕານຸທູດ 5 ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງປະຈຳຈີນ ແລະອື່ນໆ ໄດ້ຮ່ວມກັນຊົມງານວາງສະແດງຜົນງານການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ໃນກອງປະຊຸມຄັ້ງນີ້, ຍັງໄດ້ເຜີຍແຜ່ບົດລາຍງານ 2 ສະບັບ ຄື: “ສ້າງປະຊາຄົມຮ່ວມຊາຕາກຳຂອງປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ: ວິໄສທັດຮ່ວມ ແລະ ຊ່ອງທາງປະຕິບັດຕົວຈິງ” ແລະ “ແຜນຜັງລວມທີ່ພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງເຊື່ອມໂຍງເຊື່ອມຈອດກັນ ພັດທະນາຮ່ວມກັນ ແລະ ເຊື່ອມໂຍງໃນລະດັບເລິກເຊິ່ງໃນ 10 ປີຂ້າງໜ້າ”.