
ວັນທີ 5 ມີນາ 2026, ລັດຖະບານມຽນມາໄດ້ຈັດພິທີສະເຫຼີມສະຫຼອງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄົບຮອບ 10 ປີ. ທ່ານ ອູທັນສະເວ (U Than Swe) ສະມາຊິກຄະນະກຳມະການຄວາມໝັ້ນຄົງ ແລະ ສັນຕິພາບແຫ່ງຊາດມຽນມາ, ລັດຖະມົນຕີກະຊວງການຕ່າງປະເທດມຽນມາ ແລະ ທ່ານນາງມ໋າເຈ່ຍ ເອກອັກຄະລັດຖະທູດຈີນປະຈຳມຽນມາໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສ, ມີລັດຖະມົນຕີ ແລະ ຮອງລັດຖະມົນຕີຂອງມຽນມາ 20 ກວ່າຄົນ, ທູຕານຸທູດ ຫຼື ຜູ້ຕາງໜ້າລາວ, ຫວຽດນາມ, ກຳປູເຈຍ ແລະ ໄທປະຈຳມຽນມາໄດ້ເຂົ້າຮ່ວມພິທີດັ່ງກ່າວ.
ທ່ານນາງມ໋າເຈ່ຍກ່າວວ່າ: ໄລຍະ 10 ປີຜ່ານມາ, 6 ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຢ່າງໜັກແໜ້ນ, ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການຊຸກຍູ້ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນຂອງພາກພື້ນ. ເມື່ອປະເຊີນໜ້າກັບສະພາບການສາກົນທີ່ມີຄວາມວຸ້ນວາຍ, 6 ປະເທດຄວນຖືເອົາສັນຕິພາບຂອງພາກພື້ນເປັນສິ່ງສຳຄັນ, ເອົາໃຈໃສ່ຄວາມສຸກຂອງປະຊາຊົນ, ຮ່ວມມືສ້າງ “ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 2.0”, ຮ່ວມກັນສ້າງອະນາຄົດທີ່ດີງາມ.

ທ່ານອູທັນສະເວກ່າວວ່າ: ພາຍໃຕ້ການຊີ້ນຳນຳພາຂອງຜູ້ນຳ 6 ປະເທດ, ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຮັບໝາກຜົນຢ່າງອຸດົມສົມບູນໃນຂົງເຂດຕ່າງໆ, ເຊິ່ງໄດ້ພັດທະນາເປັນກົນໄກການຮ່ວມມືແມ່ນ້ຳຂອງທີ່ສຳເລັດຜົນຫຼາຍທີ່ສຸດ. ຂໍສະແດງຄວາມຂອບໃຈຢ່າງສຸດໃຈຕໍ່ການສະໜັບສະໜູນຂອງຈີນ, ຄອງຄອຍການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຮັບຜົນສຳເລັດທີ່ສະຫວ່າງສະໄຫວກວ່າເກົ່າໃນອະນາຄົດ.
ຢູ່ສະຖານທີ່ຈັດພິທີຍັງໄດ້ຈັດງານວາງສະແດງຮູບພາບກ່ຽວກັບໝາກຜົນແຫ່ງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຕື່ມອີກ.