ການເຄື່ອນໄຫວລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມກັນຕາມແມ່ນ້ຳຂອງລະຫວ່າງຈີນ-ລາວ-ມຽນມາ-ໄທຄັ້ງທີ 161 ສິ້ນສຸດລົງຢ່າງຈົບງາມ

CRI,    February 04, 2026
Size:

ວັນທີ 30 ມັງກອນນີ້, ເຮືອຕຳຫຼວດ 53101, 53105 ແລະ 53106 ຂອງຈີນທີ່ເຂົ້າຮ່ວມການເຄື່ອນໄຫວລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມກັນຕາມແມ່ນ້ຳຂອງລະຫວ່າງຈີນ-ລາວ-ມຽນມາ-ໄທຄັ້ງທີ 161 ໄດ້ຈອດເຂົ້າທ່າຕຳຫຼວດຈິງຮາ ກິ່ງແຂວງສິບສອງພັ່ນນາ ແຂວງຢູນນານຈີນ ເຊິ່ງສະແດງໃຫ້ເຫັນວ່າ ການເຄື່ອນໄຫວດັ່ງກ່າວໄດ້ສຳເລັດລົງຢ່າງຈົບງາມ.

ການເຄື່ອນໄຫວຄັ້ງນີ້ໄດ້ເລີ່ມຂຶ້ນໃນວັນທີ 26 ເດືອນນີ້, ພາກສ່ວນບັງຄັບໃຊ້ກົດໝາຍຂອງ 4 ປະເທດຈີນ-ລາວ-ມຽນມາ-ໄທ ໄດ້ດຳເນີນການເຄື່ອນໄຫວລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມກັນຕາມແມ່ນ້ຳຂອງ ກໍຄືການເດີນເຮືອລາດຕະເວນຕາມຕອນນ້ຳທີ່ອ່ອນໄຫວສຳຄັນ ເຊິ່ງມີໄລຍະທາງເດີນເຮືອທັງໝົດ 700 ກວ່າກິໂລແມັດ.