ກອງ​ປະ​ຊຸມ​ເນັດ​ໄອ​ໂດ​ຈີນ-ອາ​ຊຽນ​ຄັ້ງ​ທຳ​ອິດ​ແລະ​ກິດ​ຈະ​ກຳ “ເຄື່ອນ​ໄຫວ​​ຕາມເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລຢູ່​ແຂວງ​ຟູ​ຈ້ຽນ” ​ອັດ​ລົງ​ຢ່າງ​ຈົບ​ງາມ

CRI,    January 18, 2022
Size:

ກອງປະຊຸມເນັດໄອໂດຈີນ-ອາຊຽນຄັ້ງທຳອິດແລະກິດຈະກຳ “ເຄື່ອນໄຫວຕາມເສັ້ນທາງສາຍໄໝທາງທະເລ” ທີ່ຈັດຂຶ້ນຢູ່ນະຄອນຟູໂຈ່ວແຂວງຟູຈ້ຽນໄດ້ອັດລົງຢ່າງຈົບງາມໃນວັນທີ 13 ມັງກອນນີ້.

ໃນກິດຈະກຳທີ່ດຳເນີນເປັນເວລາສາມວັນ, ເຈົ້າໜ້າທີ່ການທູດຂອງປະເທດອາຊຽນປະຈຳຈີນຫຼາຍທ່ານ, ຜູ້ຕາງໜ້າສື່ມວນຊົນ, ບຸກຄົນທີ່ເປັນເນັດໄອໂດຂອງຈີນແລະຜູ້ຕາງໜ້າເນັດໄອໂດຂອງອາຊຽນ ໄດ້ຊອກຮູ້ຕົວຈິງກ່ຽວກັບປະສົບການດ້ານການພັດທະນາອຸດສາຫະກຳດິຈີຕອນຂອງນະຄອນຟູໂຈ່ວແຂວງຟູຈ້ຽນ ໂດຍຜ່ານຮູບການທັດສະນະຢ້ຽມຢາມແລະແລກປ່ຽນກັນທາງອອນລາຍແລະອອຟລາຍແລະສື່ສັງຄົມອອນລາຍ, ທັງໄດ້ຢ້ຽມຢາມແລະສຳຜັດກັບວັດທະນະທຳທີ່ມີເອກະລັກພິເສດຂອງແຂວງຟູຈ້ຽນ. ກິດຈະກຳຄັ້ງນີ້ຍັງໄດ້ສຸມໃສ່ການຮ່ວມມືດ້ານເສດຖະກິດການຄ້າ ແລະການແລກປ່ຽນດ້ານວັດທະນະທຳລະຫວ່າງຈີນ-ອາຊຽນ, ພ້ອມທັງໄດ້ດຳເນີນກິດຈະກຳເພື່ອສົ່ງເສີມໂຄງການຕ່າງໆ.