ທ່ານ ວາງ​ຮູ້​ນີງ ພົບ​ປະ​ກັບ​​ຮອງ​ປະ​ທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ

CRI,    November 12, 2026
Size:

ວັນທີ 10 ພະຈິກນີ້, ທ່ານ ວາງຮູ້ນີງ ປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນໄດ້ພົບປະກັບທ່ານນາງ ບຸດສະດີ ທະນະເມືອງ ຮອງປະທານສູນກາງແນວລາວສ້າງຊາດ ຢູ່ນະຄອນຫຼວງປັກກິ່ງຂອງຈີນ.

    ທ່ານ ວາງຮູ້ນີງ ກ່າວວ່າ: ຈີນຍີນດີຮ່ວມກັບລາວຈັດຕັ້ງປະຕິບັດຕາມຄຳຊີ້ນຳທາງຍຸດທະສາດຂອງຜູ້ນຳສູງສຸດຂອງສອງພັກສອງລັດ, ເພີ່ມພະລັງແຮງຂັບເຄື່ອນໃໝ່ເຂົ້າໃນການຊຸກຍູ້ການສ້າງສັງຄົມນິຍົມທີ່ທັນສະໄໝຂອງໃຜລາວ. ສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຍິນດີລົງເລິກການແລກປ່ຽນ ແລະ ການຮ່ວມມືກັບແນວລາວສ້າງຊາດເພື່ອປະກອບສ່ວນເຂົ້າໃນການຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ. ທ່ານ ວາງຮູ້ນີງ ຍັງໄດ້ແຈ້ງໃຫ້ຮູ້ກ່ຽວກັບຜົນສຳເລັດ ກອງປະຊຸມຄົບຄະນະ ຄັ້ງທີ 5 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນ ສະໄໝທີ XX.

    ທ່ານນາງ ບຸດສະດີ ທະນະເມືອງ ກ່າວວ່າ: ລາວສະແດງຄວາມຊົມເຊີຍຕໍ່ກອງປະຊຸມຄົບຄະນະ ຄັ້ງທີ 5 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນ ສະໄໝທີ XX ທີ່ໄດ້ໄຂຂຶ້ນຢ່າງມີໄຊ, ຊົມເຊີຍເປັນຢ່າງສູງຕໍ່ຈີນທີ່ປະສົບຜົນສຳເລັດອັນຍິ່ງໃຫຍ່ໃນການສ້າງຄວາມທັນສະໄໝ ເຊິ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນສັນຕິພາບ ແລະ ການພັດທະນາຂອງໂລກ. ລາວຍິນດີຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນລະຫວ່າງຜູ້ນຳສອງພັກສອງລັດ, ລົງເລິກການຮ່ວມມືໃນຂົງເຂດຕ່າງໆ ແລະ ສືບຕໍ່ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນຢ່າງບໍ່ຢຸດຢັ້ງ.