ເຂດກວາງ​ຊີ​ຈີນ​ແລະ​ລາວ​ຮ່ວມ​ກັນ​ສ້າງ​ເຂດ​ນິ​ຄົມ​ອຸດ​ສາ​ຫະ​ກຳ​ປ່າ​ໄມ້

CRI,    November 05, 2026
Size:

ວັນທີ 29 ຕຸລານີ້, ພະແນກປ່າໄມ້ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນໃຫ້ຮູ້ວ່າ: ຫວ່າງມໍ່ໆມານີ້, ຈີນ(ກວາງຊີ) ແລະ ລາວໄດ້ຮ່ວມກັນເຜີຍແຜ່ “ແຜນລວມແຫ່ງການຮ່ວມກັນສ້າງເຂດນິຄົມອຸດສາຫະກຳປ່າໄມ້ຈີນ(ກວາງຊີ)-ລາວ” ຢ່າງເປັນທາງການ ເຊິ່ງເປັນມາດຕະການຕົວຈິງໃນການຈັດຕັ້ງປະຕິບັດການຮ່ວມມືດ້ານປ່າໄມ້ລະຫວ່າງສອງຝ່າຍຈີນ ແລະ ລາວ.

 

“ແຜນລວມ” ໄດ້ອີງໃສ່ທ່າແຮງດ້ານຊັບພະຍາກອນຂອງ 8 ແຂວງ ແລະ ນະຄອນຂອງລາວ ເຊັ່ນ: ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ ແລະ ແຂວງອຸດົມໄຊເປັນຕົ້ນ, ສຸມໃສ່ 5 ຕ່ອງໂສ້ອຸດສາຫະກຳສຳຄັນ ເຊັ່ນ: ການຄຸ້ມຄອງທຸລະກິດຊັບພະຍາກອນປ່າໄມ້, ເຄື່ອງກົນຈັກປ່າໄມ້ ແລະອື່ນໆ, ຈະລົງທຶນທັງໝົດ 82.8 ຕື້ຢວນລະຫວ່າງປີ 2026 – 2055, ບຳລຸງຊັບພະຍາກອນປ່າໄມ້ 75,000 ເຮັກຕາ ເພື່ອບັນລຸເປົ້າໝາຍການຮ່ວມມືທີ່ມີມູນຄ່າ 100 ກວ່າຕື້ຢວນໃນເຂດນິຄົມເມື່ອຮອດປີ 2055, ສຸມໃສ່ສ້າງເຂດນິຄົມອຸດສາຫະກຳປ່າໄມ້ດັ່ງກ່າວໃຫ້ເປັນແບບຢ່າງໃນການສ້າງຄວາມຮັ່ງມີຮ່ວມກັນໃນການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນ, ແບບຢ່າງໃນການພັດທະນາຍືນຍົງພາຍໃຕ້ຂອບ “ໜຶ່ງແລວໜຶ່ງເສັ້ນທາງ” ສີຂຽວ ແລະ ແບບຢ່າງໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຫຼຸດຜ່ອນຄວາມທຸກຍາກຂອງທົ່ວໂລກ.