
ກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກຳມະການສູນກາງພັກ ຄອມມູນິດຈີນ ສະໄໝທີ XX (ເອີ້ນຫຍໍ້ວ່າ "ກອງປະຊຸມຄົບຄະນະ ຄັ້ງທີ 5") ໄດ້ຈັດຂຶ້ນຢູ່ທີ່ນະຄອນຫຼວງປັກກິ່ງ ໃນລະຫວ່າງວັນທີ 26-29 ຕຸລາ, ໂດຍໄດ້ພິຈາລະນາ ແລະ ຮັບຮອງເອົາ "ມະຕິຂອງສູນກາງພັກຄອມມູນິດຈີນ ກ່ຽວກັບບາງບັນຫາສຳຄັນ ໃນການຍຶດໝັ້ນຊຸກຍູ້ການບໍລິຫານພັກຢ່າງເຂັ້ມງວດຮອບດ້ານໃຫ້ສືບຕໍ່ຍາວນານ" (ເອີ້ນຫຍໍ້ວ່າ "ມະຕິ"). ຫຼັງຈາກກອງປະຊຸມດັ່ງກ່າວໄດ້ອັດລົງ, ສະຫາຍ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ສຳພາດຕໍ່ນັກຂ່າວ CMG ທີ່ນະຄອນຫຼວງວຽງຈັນ. ທ່ານໄດ້ສະແດງທັດສະນະວ່າ "ມະຕິ" ສະບັບນີ້ "ບໍ່ພຽງແຕ່ມີຄວາມໝາຍສຳຄັນຕໍ່ພັກຄອມມູນິດຈີນ ແລະ ປະເທດຈີນເທົ່ານັ້ນ, ຫາກຍັງມີຄວາມໝາຍອັນເລິກເຊິ່ງຕໍ່ບັນດາພັກການເມືອງໃນທົ່ວໂລກອີກດ້ວຍ".
ສະຫາຍ ສົມສະຫວາດ ເລັ່ງສະຫວັດ ໄດ້ຊີ້ໃຫ້ເຫັນວ່າ, "ມະຕິ" ສະບັບນີ້ ໄດ້ກຳນົດທິດທາງການຈັດວາງອັນສຳຄັນໃນການຍຶດໝັ້ນຊຸກຍູ້ການບໍລິຫານພັກຢ່າງເຂັ້ມງວດຮອບດ້ານໃຫ້ສືບຕໍ່ຍາວນານ, ໄດ້ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈ ແລະ ມານະຈິດທາງການເມືອງຂອງພັກຄອມມູນິດຈີນ. ສະຫາຍ ໄດ້ເນັ້ນເຖິງຫຼັກການ "7 ປະການທີ່ຕ້ອງຍຶດໝັ້ນ" ໃນການຍຶດໝັ້ນຊຸກຍູ້ການບໍລິຫານພັກຢ່າງເຂັ້ມງວດຮອບດ້ານໃຫ້ສືບຕໍ່ຍາວນານທີ່ລະບຸໃນ "ມະຕິ", ເຊິ່ງລວມມີ: ຍຶດໝັ້ນຮັບໃຊ້ພາລະກຳ, ຍຶດໝັ້ນຖືການກໍ່ສ້າງການເມືອງເປັນສິ່ງນຳພາ, ຍຶດໝັ້ນຄວາມເຂັ້ມງວດຮອບດ້ານ, ຍຶດໝັ້ນການແກ້ໄຂບັນຫາທີ່ພົ້ນເດັ່ນ, ຍຶດໝັ້ນການຮັກສາທາດແທ້ແລະປະດິດສ້າງໃໝ່, ຍຶດໝັ້ນຂັ້ນເທິງນຳໜ້າຂັ້ນລຸ່ມ ແລະ ຍຶດໝັ້ນການບໍລິຫານພັກຕາມກົດລະບຽບ. ສະຫາຍ ກ່າວວ່າ:ຫຼັກການ 7 ປະການນີ້ ບໍ່ພຽງແຕ່ເປັນຄຳຂວັນໃນແຜ່ນເຈ້ຍ, ແຕ່ແມ່ນບົດຮຽນອັນລ້ຳຄ່າ ທີ່ພັກຄອມມູນິດຈີນ ໄດ້ສະຫຼຸບອອກມາເທື່ອລະກ້າວ ຈາກຜົນສຳເລັດ ແລະ ຄວາມອ່ອນແອ ຜ່ານພາຍຸລົມແດງນັບຮ້ອຍກວ່າປີ, ໄດ້ກາຍເປັນລະບົບທິດສະດີທີ່ເປັນວິທະຍາສາດ.
ໃນທັດສະນະຂອງ ສະຫາຍ ສົມສະຫວາດ ເລັ່ງສະຫວັດ, ເມື່ອເບິ່ງ "ມະຕິ" ສະບັບນີ້ ພາຍໃຕ້ສະພາບການປ່ຽນແປງຢ່າງໃຫຍ່ຫຼວງຂອງໂລກທີ່ບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີ, ຄວາມໝາຍຂອງມັນຍິ່ງມີນ້ຳໜັກຫຼາຍຂຶ້ນ. ສະຫາຍ ໄດ້ສະແດງທັດສະນະວ່າ ສະຫາຍ ເລຂາທິການໃຫຍ່ ສີ ຈິ້ນຜິງ ໄດ້ນຳພາພັກຄອມມູນິດຈີນ ເອົາຫຼັກການພື້ນຖານຂອງລັດທິມາກ ກັບ ພຶດຕິກຳຕົວຈິງຂອງຈີນ ແລະ ວັດທະນະທຳມູນເຊື້ອອັນດີງາມຂອງຈີນປະສານສົມທົບກັນ, ໂດຍໄດ້ສະເໜີບັນດາທັດສະນະໃໝ່, ແນວຄິດໃໝ່ ແລະ ຍຸດທະສາດໃໝ່ ກ່ຽວກັບການກຳອຳນາດເພື່ອປະຊາຊົນໃນໄລຍະຍາວ, ເຊິ່ງໄດ້ກາຍເປັນ ແນວຄິດການກໍ່ສ້າງພັກຂອງ ສີ ຈິ້ນຜິງ —— ໂຄງປະກອບອັນສຳຄັນຂອງແນວຄິດ ສີ ຈິ້ນຜິງ ກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່. ນີ້ແມ່ນຄວາມໂດດເດັ່ນໃນຖານະຜູ້ນຳຂອງປະເທດໃຫຍ່ຂອງ ສະຫາຍ ເລຂາທິການໃຫຍ່ ສີ ຈິ້ນຜິງ.
ສະຫາຍ ສົມສະຫວາດ ເລັ່ງສະຫວັດ ກ່າວຕື່ມວ່າ: ບັນດາພັກການເມືອງໃນໂລກ, ລວມທັງພັກປະຊາຊົນປະຕິວັດລາວ ແມ່ນສາມາດຮຽນຮູ້ ແລະ ຖອດຖອນບົດຮຽນຜົນສຳເລັດຂອງພັກຄອມມູນິດຈີນ ເພື່ອມາໝູນໃຊ້ເຂົ້າໃນພຶດຕິກຳຕົວຈິງຂອງປະເທດຕົນເອງຢ່າງມີການປະດິດສ້າງ.