ເປີດ​ຖ້ຽວ​ບິນ​ຊິງ​ຕາວ-ສິບ​ສອງ​​ພັ່ນ​ນາ-ວຽງ​ຈັນ​ຢ່າງ​ເປັນ​ທາງ​ການ

CRI,    October 30, 2026
Size:

ວັນທີ 27 ຕຸລານີ້, ເສັ້ນທາງການບິນສາກົນຊິງຕາວ-ສິບສອງພັ່ນນາ-ວຽງຈັນໄດ້ເປີດບໍລິການຢ່າງເປັນທາງການ ເຊິ່ງໄດ້ເພີ່ມເສັ້ນທາງບິນປະຈຳເສັ້ນໃໝ່ລະຫວ່າງສອງປະເທດຈີນ ແລະ ລາວ. 

ຕາມຂ່າວແຈ້ງວ່າ: ຖ້ຽວບິນດັ່ງກ່າວແມ່ນບິນໂດຍສາຍການບິນຊິງຕາວ ເຊິ່ງຈະບິນໃນທຸກວັນອັງຄານ, ວັນພະຫັດ ແລະ ວັນເສົາ ໂດຍນຳໃຊ້ຮູບແບບການແວ່ຈອດ. ໃນນັ້ນ, ຖ້ຽວບິນຂາອອກ QW9915 ຈະບິນຈາກນະຄອນຊິງຕາວຂອງຈີນໃນເວລາ 8:40 ໂມງຕາມເວລາປັກກິ່ງ, ແວ່ຈອດຢູ່ສິບສອງພັ່ນນາແລ້ວເດີນທາງໄປເຖິງນະຄອນຫຼວງວຽງຈັນຂອງລາວໃນເວລາ 14:40 ໂມງ; ຖ້ຽວບິນ QW9916 ຈະບິນຈາກນະຄອນຫຼວງວຽງຈັນໃນເວລາ 15:40 ໂມງແລ້ວແວ່ຈອດສິບສອງພັນນາ ແລະ ເດີນທາງໄປເຖິງນະຄອນຊິງຕາວໃນເວລາ 23:25 ໂມງຕາມເວລາປັກກິ່ງ.

 

ຖ້ຽວບິນດັ່ງກ່າວໄດ້ປະຕິບັດລະບຽບການ “ຖ້ຽວບິນດຽວ, ບັດຂຶ້ນຍົນໃບດຽວ ແລະ ກວດກາເຄື່ອງຂຶ້ນເຮືອບິນໂດຍກົງຄັ້ງດຽວ”, ຜູ້ໂດຍສານຈະບໍ່ຕ້ອງເອົາເຄື່ອງລົງເຮືອບິນ ແລະ ແຈ້ງຂຶ້ນເຮືອບິນອີກຢູ່ສິບສອງພັ່ນນາ, ການເດີນທາງຂ້າມຊາດມີຄວາມສະດວກສະບາຍກວ່າເກົ່າ.