
ຕອນບ່າຍວັນທີ 10 ຕຸລານີ້, ພັນເອກພິເສດ ເສີນຊີ່ ໂຄສົກກະຊວງປ້ອງກັນປະເທດຈີນກ່າວວ່າ, ວັນທີ 13 ຕຸລານີ້, ກິດຈະກຳແລກປ່ຽນມິດຕະພາບດ້ານການປ້ອງກັນປະເທດຢູ່ເຂດຊາຍແດນຄັ້ງທີ 5 ລະຫວ່າງຈີນ ແລະ ລາວຈະຈັດຂຶ້ນຢູ່ດ່ານບໍ່ຫານເມືອງຫຼ້າກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັ່ນນາແຂວງຢຸນນານຈີນ. ກິດຈະກຳຄັ້ງນີ້ມີຈຸດປະສົງເພື່ອຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນຂອງຜູ້ນຳສູງສຸດສອງພັກສອງລັດ, ເພີ່ມທະວີມິດຕະພາບທີ່ເປັນມູນເຊື້ອຂອງສອງຝ່າຍ, ລົງເລິກການຮ່ວມມືດ້ານການປ້ອງກັນຊາຍແດນລະຫວ່າງກອງທັບຂອງສອງປະເທດ, ຮ່ວມກັນປົກປັກຮັກສາສັນຕິພາບ ແລະ ຄວາມສະຫງົບສຸກຂອງເຂດຊາຍແດນ.