
ແຫຼ່ງຂ່າວຈາກກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງແຈ້ງໃຫ້ຮູ້ວ່າ: ນັບແຕ່ເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ມາຮອດວັນທີ 9 ຕຸລານີ້, ສາມາດຂົນສົ່ງຜູ້ໂດຍສານໄດ້ຫຼາຍກວ່າ 80 ລ້ານເທື່ອຄົນ. “ເສັ້ນທາງຄໍາ” ສາຍນີ້ພວມເພີ່ມພະລັງຊີວິດໃໝ່ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມໃນພາກພື້ນຢ່າງບໍ່ຢຸດຢັ້ງດ້ວຍຈໍານວນຜູ້ໂດຍສານທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ນັບມາຮອດປັດຈຸບັນ, ເສັ້ນທາງລົດໄຟລາວ-ຈີນ ໄດ້ເປີດຂະບວນລົດໄຟໂດຍສານສາກົນທັງໝົດ 3,913 ຂະບວນ, ຂົນສົ່ງຜູ້ໂດຍສານຂ້າມຊາຍແດນທັງໝົດ 950,000 ເທື່ອຄົນຈາກຫຼາຍກວ່າ 120 ປະເທດ ແລະ ເຂດແຄວ້ນທົ່ວໂລກ.
ນັບແຕ່ຕົ້ນປີນີ້ມາ, ເສັ້ນທາງລົດໄຟລາວ-ຈີນ ສາມາດຂົນສົ່ງຜູ້ໂດຍສານໄດ້ຫຼາຍກວ່າ 16 ລ້ານເທື່ອຄົນ, ເພີ່ມຂຶ້ນ 5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນນັ້ນ, ຜູ້ໂດຍສານຂ້າມຊາຍແດນ 270,000 ເທື່ອຄົນ, ເພີ່ມຂຶ້ນ 36.6%. ການສັນຈອນໄປມາດ້ວຍຂະບວນລົດໄຟລະຫວ່າງລາວ-ຈີນຂອງຜູ້ໂດຍສານຂ້າມຊາຍແດນໄດ້ຊຸກຍູ້ການບໍລິໂພກໃນອຸດສາຫະກໍາຕ່າງໆທີ່ຢູ່ລຽບຕາມເສັ້ນທາງລົດໄຟ ເປັນຕົ້ນແມ່ນແຫຼ່ງທ່ອງທ່ຽວ, ໂຮງແຮມ ແລະ ຮ້ານອາຫານ ໃຫ້ເຕີບໂຕຫຼາຍກວ່າ 35%.