ມູນຄ່າການນຳເຂົ້າ-ສົ່ງອອກສິນ​ຄ້າຕາມທາງລົດໄຟລາວ-ຈີນ ລວມ​ແລ້ວ​ຫຼາຍກວ່າ 100 ຕື້ຢວນ

CRI,    October 12, 2026
Size:

ອີງຕາມຂໍ້ມູນຈາກດ່ານພາສີນະຄອນຄຸນໝິງຂອງຈີນໃຫ້ຮູ້ວ່າ: ນັບແຕ່ທາງລົດໄຟລາວ-ຈີນເປີດບໍລິການເປັນຕົ້ນມາ, ໄດ້ຂົນສົ່ງສິນຄ້ານຳເຂົ້າ-ສົ່ງອອກຫຼາຍກວ່າ 20.77 ລ້ານໂຕນ, ມູນຄ່າສິນຄ້າຫຼາຍກວ່າ 100.4 ຕື້ຢວນ, ປະລິມານການນຳເຂົ້າ-ສົ່ງອອກເຕີບໂຕສະເລ່ຍຕໍ່ປີຫຼາຍກວ່າ 24%, ມີບົດບາດເຖິງ 19 ປະ ເທດແລະເຂດແຄວ້ນ, ມີສິນຄ້າຫຼາຍກວ່າ 3,900 ຊະນິດ.