ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລໂວນລາວ-ຈີນ ສົ່ງໄຟຟ້າໄດ້ຫຼາຍກວ່າ 1 ຕື້ກິໂລວັດໂມງ

CRI,    October 10, 2026
Size:

ແຫຼ່ງຂ່າວຈາກບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນສາຂາຢຸນນານໃຫ້ຮູ້ວ່າ: ນັບມາຮອດວັນທີ 8 ຕຸລານີ້, ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລໂວນລາວ-ຈີນ ສາມາດສົ່ງໄຟຟ້າໄດ້ຫຼາຍກວ່າ 1 ຕື້ກິໂລວັດໂມງ. 

  ຂ່າວແຈ້ງວ່າ: ໂດຍອີງຕາມກົນໄກການຄ້າຂາຍຂ້າມຊາຍແດນຂອງຕະຫຼາດໄຟຟ້າຢູ່ພາກໃຕ້ຈີນ, ໃນໄລຍະນໍ້າຂຶ້ນສູງ, ລາວສາມາດສະໜອງໄຟຟ້ານ້ຳຕົກທີ່ເຫຼືອໃຊ້ໃຫ້ແກ່ເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາເກົາຂອງຈີນຢ່າງຕໍ່ເນື່ອງ. ຄາດວ່າໃນປີ 2026, ປະລິມານການຄ້າຂາຍໄຟຟ້າພະລັງງານແສງຕາເວັນ ແລະ ໄຟຟ້ານ້ຳຕົກຜ່ານໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລໂວນລາວ-ຈີນ ຈະບັນລຸເຖິງ 1.5 ຕື້ກິໂລວັດໂມງ.