
ວັນທີ 29 ກັນຍາແລ້ວນີ້, ສູນຝຶກ ແລະ ຮັບປະກັນການບິນຮ່ວມ ສະໜາມບິນບ້ານເກິນ ທີ່ສ້າງຂຶ້ນໂດຍການຮ່ວມມືລາວ-ຈີນ ແລະ ວິທະຍາໄລການບິນມິດຕະພາບລາວ-ຈີນ ໄດ້ເປີດ ນຳໃຊ້ຢ່າງເປັນທາງການ ໂດຍມີ ທ່ານ ຄຳລຽງ ອຸທະໄກສອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ແລະ ຄະນະຜູ້ແທນກອງທັບປົດປ່ອຍປະຊາຊົນຈີນ ມາເຂົ້າຮ່ວມ.
ໃນພິທີດັ່ງກ່າວ, ຄະນະນຳສອງຝ່າຍລາວ-ຈີນ ໄດ້ຮ່ວມກັນເປີດປ້າຍແຜ່ນຫີນສີລາຈາລຶກ ແລະ ເນັ້ນໜັກວ່າ: ການກໍ່ສ້າງ ແລະ ນຳໃຊ້ສູນດັ່ງກ່າວ ແມ່ນໝາກຜົນແຫ່ງການຮ່ວມມືຂອງສອງປະ ເທດລາວ-ຈີນ. ໂຄງການນີ້ມີເປົ້າໝາຍເພື່ອສົ່ງເສີມ ແລະ ເພີ່ມທະວີການບຳລຸງສ້າງ, ການຝຶກ ອົບຮົມ-ຫັດແອບ ໃຫ້ນັກບິນທະຫານອາກາດລາວ. ລາວ-ຈີນ, ຈີນ-ລາວ ຈະສືບຕໍ່ລົງເລິກການ ຮ່ວມມືໃນຂົງເຂດການຝຶກອົບຮົມ-ຫັດແອບຮ່ວມ, ການພັດທະນາບຸກຄະລາກອນ, ການຊ່ວຍ ເຫຼືອດ້ານມະນຸດສະທຳ ແລະ ຂົງເຂດອື່ນໆ, ພ້ອມທັງຊຸກຍູ້ໂຄງການຮ່ວມມືອື່ນໆໃຫ້ມີຄວາມ ກ້າວໜ້າເປັນເທື່ອລະກ້າວ.