
ກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງຈຳກັດໄດ້ແຈ້ງໃຫ້ຮູ້ໃນວັນທີ 24 ກັນຍານີ້ວ່າ: ຫວ່າງມໍ່ໆມານີ້, ສະມາຄົມວິສະວະກຳໂຍທາຈີນ ແລະ ອົງການກອງທຶນເພື່ອການພັດທະນາວິທະຍາສາດເຕັກໂນໂລຊີວິສະວະກຳໂຍທາຈ່ານທ່ຽນໂຢ້ວປັກກິ່ງໄດ້ຮ່ວມກັນອອກ “ຂໍ້ຕົກລົງກ່ຽວກັບການມອບລາງວັນວິສະວະກຳໂຍທາຈ່ານທ່ຽນໂຢ້ວຈີນຄັ້ງທີ 21”, ເສັ້ນທາງລົດໄຟຈີນ-ລາວໄດ້ຮັບການຄັດເລືອກໃຫ້ໄດ້ຮັບລາງວັນນີ້.ລາງວັນວິສະວະກຳໂຍທາຈ່ານທ່ຽນໂຢ້ວຈີນແມ່ນກຽດຕິຍົດສູງສຸດສຳລັບການປະດິດສ້າງທາງທະຍາສາດເຕັກໂນໂລຊີໃນການກໍ່ສ້າງທາງວິສະວະກຳໂຍທາຂອງຈີນ.ການຄັດເລືອກໃນປີນີ້ໄດ້ຍຶດໝັ້ນແນວຄິດທີ່ວ່າ:ຄຸນນະພາບແລະວາມປອດໄພແມ່ນເສັ້ນຕ່ຳເພດານ,ສີຂຽວແລະກາກບອນຕ່ຳແມ່ນພື້ນຖານ,ການປະດິດສ້າງວິທະຍາສາດເຕັກໂນໂລຊີເປັນຫຼັກ.