ເປີດ​ການ​ເຊື່ອມ​ຕໍ່​ການ​ຊຳ​ລະ​​ເງິນ​​​ດິ​ຈິ​ຕອນຂ້າມ​ຊາດລະ​ຫວ່າງ​ລາວ-ຈີນ​ຢ່າງ​ເປັນ​ທາງ​ການ

CRI,    September 24, 2026
Size:

ວັນທີ 18 ກັນຍານີ້, ທະນາຄານປະຊາຊົນຈີນ ທີ່ເປັນທະນາຄານກາງຂອງຈີນ ກັບ ທະນາຄານແຫ່ງ ສປປ ລາວໄດ້ ເປີດການເຊື່ອມຕໍ່ການຊຳລະເງິນດິຈິຕອນຂ້າມຊາດ ຢູ່ນະຄອນໜານນິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຂອງຈີນ, ພົນລະເມືອງຈີນທີ່ຖືເງິນຢວນດິຈິຕອນ (e-CNY)ສາມາດຊຳລະເງິນດ້ວຍການສະແກນ QR CODEຢູ່ຮ້ານຄ້າຂອງລາວ, ພ້ອມກັນນັ້ນ, ທະນາຄານທຸລະກິດຊຸດທຳອິດຂອງສອງປະເທດລາວ-ຈີນທີ່ເຂົ້າຮ່ວມໂຄງການດັ່ງກ່າວສາມາດໃຫ້ການບໍລິການທາງການເງິນແບບໃໝ່ໃນການຄ້າຂ້າມຊາດ CBETS (Cross-border e-CNY Transfer Services)ແລະ ການລົງທຶນ ແລະ ລະດົມທຶນແບບປະສົມປະສານ, ໂດຍຈະສະໜອງການບໍລິການດ້ານການທະນາຄານຂ້າມຊາດທີ່ມີປະສິດທິພາບສູງກວ່າເກົ່າ ຕົ້ນທຶນຕ່ຳກວ່າເກົ່າ ແລະ ມີຂັ້ນຕອນກະທັດຮັດກວ່າເກົ່າໃຫ້ແກ່ວິສາຫະກິດ, ອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນຂອງປະຊາຊົນ ແລະ ເສດຖະກິດການຄ້າລະຫວ່າງຈີນກັບປະເທດສະມາຊິກອາຊຽນ.