ທ່ານ ສະເຫຼີມໄຊ ກົມມະສິດ: ​ການ​ສ້າງເຂດການຄ້າເສລີອາຊຽນ-ຈີນ 3.0 ນຳ​ເອົາໂອກາດມາໃຫ້ແກ່ລາວຫຼາຍກວ່າ​ເກົ່າ

CRI,    September 20, 2026
Size:

ວັນທີ 17 ກັນຍານີ້, ຢູ່ນະຄອນໜານໜິງເຂດປົກຄອງຕົນເອງເຜົ່າຈ້ວາງກວາງຊີຈີນ, ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງສູນກາງ ພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີລາວ ກ່າວວ່າ: ການສ້າງເຂດການຄ້າເສລີອາຊຽນ-ຈີນ 3.0 ຈະນຳເອົາໂອກາດມາໃຫ້ແກ່ລາວຫຼາຍກວ່າເກົ່າ, ເຮັດໃຫ້ລາວສາມາດເຂົ້າເຖິງຕະຫຼາດຈີນ ທີ່ກວ້າງຂວາງ. ລາວຈະນຳໃຊ້ເສັ້ນທາງລົດໄຟລາວ-ຈີນ ເພື່ອເສີມຂະຫຍາຍບົດບາດຂົວເຊື່ອມຕໍ່ພາກພື້ນສຳລັບການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານລະຫວ່າງອາຊຽນ ກັບ ຈີນ. 

ງານວາງສະແດງສິນຄ້າຈີນ-ອາຊຽນ ແລະ ກອງປະຊຸມສຸດຍອດການຄ້າ ແລະ ການລົງທຶນຈີນ-ອາຊຽນ ຄັ້ງທີ 23 ໄດ້ໄຂຂຶ້ນທີ່ນະຄອນໜານໜິງໃນມື້ດຽວກັນ. ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ເຂົ້າຮ່ວມພິທີ ພ້ອມທັງກ່າວຄຳປາໄສວ່າ: ການພົວພັນທາງ ເສດຖະກິດລະຫວ່າງອາຊຽນກັບຈີນກຳລັງຂະຫຍາຍຕົວຢ່າງຕໍ່ເນື່ອງ. ສອງຝ່າຍຄວນສືບຕໍ່ເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນ ກໍ່ຄືການຮ່ວມມືດ້ານ ພະລັງງານແລະຄວາມໝັ້ນຄົງທາງດ້ານສະບຽງອາຫານຕື່ມອີກ.