
ວັນທີ 14 ກັນຍານີ້, ທ່ານ ຕົງຈຸ່ນ ລັດຖະມົນຕີກະຊວງປ້ອງກັນປະເທດຈີນໄດ້ພົບປະກັບທ່ານ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດລາວ ທີ່ເດີນທາງມາຢ້ຽມຢາມຈີນ ຢູ່ຕຶກປ່າອີ່ໃນນະຄອນຫຼວງປັກກິ່ງ.

ທ່ານ ຕົງຈຸ່ນ ກ່າວວ່າ: ຈີນ-ລາວມີຊາຕາກຳຮ່ວມກັນ, ມີໄມຕີຈິດມິດຕະພາບພິເສດແບບ “ສະຫາຍແລະອ້າຍນ້ອງ”. ກອງທັບຈີນຍິນດີຮ່ວມກັບກອງທັບລາວ,ເດັດດ່ຽວປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນລະຫວ່າງປະມຸກລັດສອງປະເທດ, ເພີ່ມທະວີການແລກປ່ຽນກັນລະຫວ່າງການນຳຂັ້ນສູງໃຫ້ແໜ້ນແຟ້ນຕື່ມອີກ,ຊຸກຍູ້ການຮ່ວມມືທີ່ຕິດແທດຕົວຈິງໃນຂົງເຂດຕ່າງໆໃຫ້ມີຄຸນນະພາບແລະປະສິດທິພາບສູງຂຶ້ນຕື່ມອີກ, ເພື່ອສະໜອງການຄ້ຳຊູທີ່ແຂງແຮງໃຫ້ແກ່ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວໃນທຸກສະພາບການຂອງຍຸກໃໝ່ແລະຮ່ວມກັນປົກປັກຮັກສາສະຖຽນລະພາບຂອງພາກພື້ນ.
ທ່ານ ຄຳລຽງ ອຸທະໄກສອນກ່າວວ່າ: ລາວຍິນດີເພີ່ມທະວີການແລກປ່ຽນລະຫວ່າງການນຳຂັ້ນສູງຂອງສອງກອງທັບແລະການແລກປ່ຽນໃນຂັ້ນຕ່າງໆກັບຈີນເພື່ອຊຸກຍູ້ໃຫ້ການຮ່ວມມືທີ່ຕິດແທດຕົວຈິງໃນຂົງເຂດຕ່າງໆໄດ້ຮັບໝາກຜົນຫຼາຍກວ່າເກົ່າ.