ຈີນ ແລະ ລາວ ດຳເນີນການຝຶກຊ້ອມຮ່ວມ ພາຍໃຕ້ລະຫັດ “ຂະບວນລົດໄຟສັນຕິພາບ 2026”

CRI,    September 15, 2026
Size:

ວັນທີ 12 ກັນຍານີ້, ການຝຶກຊ້ອມຮ່ວມດ້ານການຊ່ວຍເຫຼືອທາງມະນຸດສະ ທຳ ແລະ ການແພດ ພາຍໃຕ້ລະຫັດ “ຂະບວນລົດໄຟສັນຕິພາບ 2026” ລະຫວ່າງຈີນ-ລາວ ທີ່ດຳເນີນຢູ່ນະຄອນຫຼວງວຽງຈັນຂອງລາວ ໄດ້ເຂົ້າສູ່ໄລຍະການຝຶກຊ້ອມທຸກຂະບວນການ, ການຝຶກຊ້ອມໄດ້ສຸມໃສ່ການຈໍາລອງສະຖານະການຈິງທີ່ຕ້ອງດຳເນີນໄປຢ່າງເຄັ່ງຮ້ອນ ແລະ ເປັນລະບຽບ ໂດຍສົ່ງເຮືອບິນບໍ່ມີຄົນຂັບ ຫຼື ໂດຣນຄົ້ນຫາ ແລະ ກູ້ໄພຂຶ້ນສູ່ທ້ອງຟ້າເພື່ອສຳຫຼວດພື້ນທີ່ທາງອາກາດໃນວົງກວ້າງ, ລົດບໍ່ມີຄົນຂັບແບບຕີນເຫຼັກບຸກຂຶ້ນໜ້າ ແລະ ການຂົນຍ້າຍຜູ້ໄດ້ຮັບບາດເຈັບ, ກວດກາອາການ ແລະ ແຍກປະເພດຂອງຜູ້ບາດເຈັບ ຢູ່ໃນເຕັ້ນທີ່ສະໜາມຮົບຢ່າງວ່ອງໄວ ແລ້ວສົ່ງຜູ້ບາດເຈັບສາຫັດສູ່ລົດໄຟປິ່ນປົວທີ່ຢູ່ແນວຫຼັງ ແລະ ການຝຶກຊ້ອມອື່ນໆ. 

ທ່ານອູເຈ່ຍເຈ່ຍ ຮອງຫົວໜ້າທີມປິ່ນປົວ “ຂະບວນລົດໄຟສັນຕິພາບ” ກ່າວວ່າ: ໃນທຸກຂະບວນການຝຶກຊ້ອມທີ່ຈັດຕັ້ງປະຕິບັດຢ່າງເຄັ່ງຮ້ອນ, ຂອດຕ່າງໆເຊື່ອມຕໍ່ກັນ ແລະ ດຳເນີນຢ່າງຕໍ່ເນື່ອງ, ການຊ່ວຍເຫຼືອ-ປິ່ນປົວຜູ້ບາດເຈັບໄດ້ດຳເນີນໄປຢ່າງແມ່ນຢຳ ແລະ ມີປະສິດທິພາບສູງ, ຜ່ານການຝຶກປະຕິບັດຈິງ, ຜູ້ເຂົ້າຮ່ວມການຝຶກຊ້ອມຂອງທັງສອງຝ່າຍແມ່ນເຂົ້າກັນໄດ້ດີ, ການປະສານສົມທົບ ແລະ ຄວາມສາມາດໃນການເຮັດວຽກພະລາທິການທາງການແພດກໍມີປະສິດທິພາບສູງຂຶ້ນເຊັ່ນດຽວກັນ.