ເປີດນໍາໃຊ້ຫໍສະໜຸດພະລັງງານແສງຕາເວັນປອດກາກບອນແຫ່ງທໍາອິດຢູ່ລາວ

CRI,    September 03, 2026
Size:

ວັນທີ 29 ສິງຫານີ້ຢູ່ໂຮງຮຽນມັດທະຍົມສົມບູນສັນຕິພາບແຂວງຫຼວງພະບາງໄດ້ຈັດພິທີເປີດນໍາໃຊ້ຫໍສະໜຸດພະລັງງານແສງຕາເວັນປອດກາກບອນແຫ່ງທໍາອິດຢູ່ລາວຢ່າງເປັນທາງການ.ໂຄງການດັ່ງກ່າວເປັໂຄງການຊ່ວຍເຫຼືອກໍ່ສ້າງໂດຍຈີນ ແລະ ຖືເປັນຜົນສໍາເລັດໃນການຮ່ວມມືດ້ານຊີວິດການເປັນຢູ່ຂອງປະຊາຊົນລະຫວ່າງຈີນ-ລາວເນື່ອງໃນໂອກາດການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ລາວຄົບຮອບ65ປີກໍຄືປີມິດຕະພາບຈີນ-ລາວ 2026.

ຫໍສະໝຸດດັ່ງກ່າວໄດ້ນໍາໃຊ້ລະບົບຜະລິດໄຟຟ້າດ້ວຍພະລັງງານແສງຕາເວັນແລະລະບົບສະສົມພະລັງງານ ເຊິ່ງສາມາດສະໜອງໄຟຟ້າສີຂຽວໄດ້ຕະຫຼອດ24ຊົ່ວໂມງ.ຢູ່ພາຍໃນຫໍສະໝຸດຈັດໃຫ້ມີຫ້ອງອ່ານດີຈີຕອນ, ຫ້ອງຮຽນອອນລາຍ ແລະ ສູນໂຄສະນາເຜີຍແຜ່ຄວາມຮູ້ວິທະຍາສາດກ່ຽວກັບການພັດທະນາແບບຍືນຍົງ.

ທ່ານ ຄໍາຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງໃຫ້ຮູ້ວ່າ:ໂຄງການດັ່ງກ່າວບໍ່ພຽງແຕ່ໄດ້ນໍາເອົາເຕັກໂນໂລຊີເຄືອຂ່າຍໄຟຟ້າທີ່ທັນສະໄໝມາສູ່ລາວເທົ່ານັ້ນ,ຍັງໄດ້ສະແດງໃຫ້ເຫັນເຖິງແນວຄິດການພັດທະນາສີຂຽວ “ພູຂຽວນໍ້າໃສກໍແມ່ນພູເງິນພູຄໍາ” ຂອງຈີນອີກດ້ວຍ.