ໝາກ​ໄມ້​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ທີ່​ຂົນ​ສົ່ງ​ເຂົ້າ​ສູ່​ປະ​ເທດ​ຈີນ​ໂດຍ​ຜ່ານ​ທາງ​ລົດ​ໄຟ​ລາວ-ຈີນ​ຫຼາຍກວ່າ 200,000 ໂຕນ​ໃນ​ປີ​ນີ້

CRI,    August 19, 2026
Size:

ວັນທີ 13 ສິງຫານີ້, ກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນສາຂາຄຸນມິງແຈ້ງໃຫ້ຮູ້ວ່າ: ນັບມາຮອດວັນທີ 18 ສິງຫານີ້, ໝາກໄມ້ອາຊີຕາເວັນອອກສຽງໃຕ້ທີ່ຂົນສົ່ງເຂົ້າສູ່ປະເທດຈີນໂດຍຜ່ານທາງລົດໄຟລາວ-ຈີນ ໄດ້ບັນລຸຫຼາຍກວ່າ 200,000 ໂຕນ, ເພີ່ມຂຶ້ນ 11.16% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ໃນນັ້ນ, ການຂົນສົ່ງໝາກຖົ່ວລຽນຫຼາຍກວ່າ 186,200 ໂຕນ, ເພີ່ມຂຶ້ນ 22.53%.

ໃນປີນີ້, ຄຽງຄູ່ກັບໝາກໄມ້ເຂດຮ້ອນອາຊີຕາເວັນອອກສຽງໃຕ້ ຖືກປ້ອນເຂົ້າສູ່ຕະຫຼາດແບບລວມສູນ, ປະລິມານການຂົນສົ່ງໝາກໄມ້ຂ້າມຊາຍແດນຕໍ່ມື້ໂດຍຜ່ານທາງລົດໄຟລາວ-ຈີນ ໄດ້ສ້າງສະຖິຕິໃໝ່ເລື້ອຍໆ. ປັດຈຸບັນ, ຂະບວນລົດໄຟແຊ່ເຢັນທາງລົດໄຟຕະຫຼອດສາຍຈີນ-ລາວ-ໄທ ໄດ້ເປີດບໍລິການເປັນປະຈຳ, ຂະບວນລົດໄຟແຊ່ເຢັນທີ່ມີ “ຂະບວນລົດໄຟສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ເປັນຕົວແທນ ໄດ້ເຮັດໃຫ້ໝາກໄມ້ທີ່ມີຄຸນນະພາບດີຈາກປະເທດອາຊີຕາເວັນອອກສຽງໃຕ້ ໄວທີ່ສຸດ ສາມາດເຂົ້າເຖິງຕະຫຼາດຈີນໄດ້ພາຍໃນເວລາ 3 ມື້.